ນັກຂ່າວຕ່າງປະເທດມີຄວາມປະທັບໃຈຕໍ່ການພັດທະນາກະໂດດຂັ້ນຂອງຫວຽດນາມ

ນັກຂ່າວຕ່າງປະເທດມີຄວາມປະທັບໃຈຕໍ່ການພັດທະນາກະໂດດຂັ້ນຂອງຫວຽດນາມ - ảnh 1
ອ້າຍ ສີ​ວັນ ຫອມ​ໄຊ​ຍະເດດ, ຮອງ​ຫົວໜ້າ​ພະ​ແນ​ກ​ຂ່າວ​ຕ່າງປະ​ເທດ​
ຂອງໜັງສືພິມ​ປະຊາຊົນ, ປະ​ເທດ​ລາວ (ເບື້ອງຊ້າຍ)

(vovworld) – “ຫວຽດນາມ ມີ​ລະ​ດັບ​ການ​ພັດທະນາສູງ​ກ່ຽວ​ກັບ​ທຸກ​ດ້ານ​ໃນ​ຊຸມ​ປີຜ່ານມາ. ຊີວິດ​ການ​ເປັນ​ຢູ່ຂອງ​ປະຊາຊົນ​ໄດ້​ຮັບ​ການ​ປັບປຸງ​ດ້ວຍ​ລາຍຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນ​ເພີ່ມ​ຂຶ້ນ​ໃນ​ແຕ່ລະ​ປີ. ພວກ​ຂ້າພະ​ເຈົ້າ​ມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ການ​ພັດທະນາ​ກະ​ໂດດ​ຂັ້ນ​ນີ້.” ນີ້​ແມ່ນການ​ຢັ້ງຢືນ​ຂອງ​ບັນດາ​ນັກ​ຂ່າວ​ຕ່າງປະ​ເທ​ດ​ເມື່ອ​ມາ ຫວຽດນາມ ​ໃຫ້​ຂ່າວ​ກ່ຽວ​ກັບ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດ ຫວຽດນາມ. ​ເຂົ້າ​ຮ່ວມ​ການ​ໃຫ້​ຂ່າວ​ກ່ຽວ​ກັບ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດ ຫວຽດນາມ ທີ່ພວມຈັດ​ຂຶ້ນ​ຢູ່ ຮ່າ​ໂນ້ຍ ມີ​ນັກ​ຂ່າວ, ບັນນາທິການ​ປະມານ 150 ຄົນ​ຂອງ 20 ອົງການ​ສື່ມວນ​ຊົນ​ຕ່າງປະ​ເທດ, ບັນດາ​ສຳນັກ​ຂ່າວສານ, ​ວິທະຍຸ, ​ໂທລະພາບ​​ໃຫຍ່​ໃນ​ທົ່ວ​ໂລກ. ອ້າຍ ສີ​ວັນ ຫອມ​ໄຊ​ຍະເດດ, ຮອງ​ຫົວໜ້າ​ພະ​ແນ​ກ​ຂ່າວ​ຕ່າງປະ​ເທດ​ຂອງໜັງສືພິມ​ປະຊາຊົນ, ປະ​ເທດ​ລາວ, ​ແບ່ງປັນ​ວ່າ:

        “ຂ້າພະ​ເຈົ້າ​ເປັນ​ກຽດ​ທີ່​ໄດ້​ເຂົ້າ​ຮ່ວມ​ເຫດການຍິ່ງ​ໃຫຍ່​ນີ້. ຂ້າພະ​ເຈົ້າ​ເຫັນ​ວ່າ​ປະຊາຊົນ ຫວຽດນາມ ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ເມື່ອຕ້ອນຮັບ​ເຫດການ​ນີ້. ບັນຫາ​ທີ່​ໄດ້ຮັບ​ຄວາມ​ສົນ​ໃຈ​ທີ່​ສຸດນັ້ນ​ແມ່ນ​ ​ບຸກຄະລາ​ກອນ ​ແລະ ທີ​ສ​ອງ​ແມ່ນ​ການ​ພັດທະນາ​ເສດຖະກິດ. ພາຍຫຼັງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ນີ້, ການ​ຜັນ​ຂະຫຍາຍ​ມະຕິ, ຂໍ້​ຕົກລົງ​ຂອງ​ກອງ​ປະຊຸມ​ໃຫຍ່​ຄື​ແນວ​ໃດ​ເພື່ອ​ໃຫ້ ຫວຽດນາມ ພັດທະ​ນາ​ກ່ວາ​​ເກົ່າ.  ຂ້າພະ​ເຈົ້າ​ຕີ​ລາຄາ​ສູງ​ວຽກ​ງານ​ກະກຽມ. ການ​ຕ້ອນຮັບ​ບັນດາ​ນັກ​ຂ່າວ​ຕ່າງປະ​ເທດ​ກໍ່​ລອບ​ຄອບ​ຖີ່​ຖ້ວນ, ການ​ເຮັ​ດວຽກ​ຢ່າງ​ເປັນ​ລະບຽບ​, ສະ​ແດງ​ໃຫ້​ເຫັນ​ ຫວຽດນາມ ​ປະຊາທິປະ​ໄຕ.”


ຂ່າວ/ບົດ​ອື່ນ