ນັກຊ່ຽວຊານ ຍີ່ປຸ່ນ ສະເໜີເຕັກໂນໂລຢີທໍາຄວາມສະອາດແຫຼ່ງນໍ້າຢູ່ແມ່ນໍ້າ ໂຕລິກ

(VOVWORLD) -ຍີ່ປຸ່ນ ມີອຸປະກອນເຕັກໂນໂລຢີທັນສະໄໝ bio – nano ສາມາດຕິດຕັ້ງຢູ່ໃຕ້ແມ່ນໍ້າໂຕລີກ ເພື່ອທໍາຄວາມສະອາດໃຫ້ແມ່ນໍ້າ.

        ຕອນບ່າຍວັນທີ 11 ເມສາ, ຢູ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບຄະນະນັກຊ່ຽວຊານ ຍີ່ປຸ່ນ ກ່ຽວກັບ ສິ່ງແວດລ້ອມ ໂດຍທ່ານ ປອ. Tadashi Yamamura, ຊ່ຽວຊານສະຫະປະຊາຊາດກ່ຽວກັບສິ່ງແວດລ້ອມ, ປະທານອົງການສົ່ງເສີມການຄ້າ - ສິ່ງແວດລ້ອມ ຍີ່ປຸ່ນ, ນໍາໜ້າ.

ນັກຊ່ຽວຊານ ຍີ່ປຸ່ນ ສະເໜີເຕັກໂນໂລຢີທໍາຄວາມສະອາດແຫຼ່ງນໍ້າຢູ່ແມ່ນໍ້າ ໂຕລິກ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບທ່ານ ປອ. Tadashi Yamamura, ຊ່ຽວຊານສະຫະປະຊາຊາດກ່ຽວກັບສິ່ງແວດລ້ອມ, ປະທານອົງການສົ່ງເສີມການຄ້າ - ສິ່ງແວດລ້ອມ ຍີ່ປຸ່ນ 

        ເມື່ອແລກປ່ຽນກັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານ ປອ. Tadashi Yamamura ໃຫ້ຮູ້ວ່່າ ຍີ່ປຸ່ນ ມີອຸປະກອນເຕັກໂນໂລຢີທັນສະໄໝ bio – nano ສາມາດຕິດຕັ້ງຢູ່ໃຕ້ແມ່ນໍ້າໂຕລີກ ເພື່ອທໍາຄວາມສະອາດໃຫ້ແມ່ນໍ້າ. ທ່ານກໍໃຫ້ຮູ້ຕື່ມອີກວ່າ ທາງຍີ່ປຸ່ນ ໄດ້ປະຕິບັດການສໍາຫຼວດ, ກວດກາເປັນເວລາ 02 ປີ ຈິ່ງຍົກອອກຂໍ້ສະເໜີດັ່ງກ່າວ ແລະ ຫວັງວ່າ ເຕັກໂນໂລຢີທັນສະໄໝນີ້ ຈະຊ່ວຍຫວຽດນາມໃນການບໍາບັດນໍ້າເສຍ.

        ສ່ວນທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ ຫວຽດນາມມີຄວາມເອົາໃຈໃສ່ເປັນພິເສດເຖິງບັນຫາສິ່ງແວດລ້ອມ ແລະ ນີ້ແມ່ນຂົງເຂດຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນລະຫວ່າງສອງປະເທດ ພ້ອມທັງ ຊົມເຊີຍ ແລະ ຕີລາຄາສູງຂໍ້ສະເໜີຂອງຍີ່ປຸ່ນ. ທ່ານ ຫງວຽນຊວນຟຸກ ສະເໜີວ່າ ບັນດານັກຊ່ຽວຊານ ຍີ່ປຸນ ແລະ ບັນດາຫົວໜ່ວຍທີ່ກ່ຽວຂ້ອງຂອງຫວຽດນາມ ຈະຄົ້ນຄວ້າລະອຽດ ແລະ ຕົກລົງເຫັນດີຈັດຕັ້ງປະຕິບັດຖືກຕ້ອງຕາມຂໍ້ກໍານົດ, ຮັບປະກັນຄຸນນະພາບ, ປະສິດທິຜົນ. ນີ້ແມ່ນພື້ນຖານທີ່ດີ ເພື່ອບໍາບັດແຫຼ່ງນໍ້າເປັນມົນລະພິດຢູ່ທ້ອງຖ່ິນຕ່າງໆ./.

ຕອບກັບ

ຂ່າວ/ບົດ​ອື່ນ