ນັກ​ຊ່ຽວ​ຊານ​ ລັດ​ເຊຍ ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ຄະ​ນະ​ການ​ນຳ​ຊຸດ​ໃໝ່​ຂອງ ຫວຽດ​ນາມ ຈະ​ນ​ຳ​ພາ​ປະ​ເທດ ໄປ​ເຖິງ​ຜົນ​ສຳ​ເລັດ

(VOVWORLD) -ທ່ານນາງ Valeria VerShinina ຖືວ່າ ສະພາແຫ່ງຊາດ ຫວຽດນາມ ມີຄວາມສະຫຼາດສ່ອງໃສເມື່ອຄັດເລືອກຜູ້ທີ່ ຍາມໃດກໍ່ສະໜັບສະໜູນພື້ນຖານເສດຖະກິດປ່ຽນແປງໃໝ່ ແລະ ພັດທະນາອຸດສາຫະກຳ”ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ, ຍ້ອນວ່າ ໃນໄລະຍະທີ່ຈະມາເຖິງປະເທດຊາດຕ້ອງຕ້ອນຮັບການປະຕິວັດອຸດສາຫະກຳຄັ້ງທີ 4 ຢ່າງທັນການ.
ນັກ​ຊ່ຽວ​ຊານ​ ລັດ​ເຊຍ ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ຄະ​ນະ​ການ​ນຳ​ຊຸດ​ໃໝ່​ຂອງ ຫວຽດ​ນາມ ຈະ​ນ​ຳ​ພາ​ປະ​ເທດ ໄປ​ເຖິງ​ຜົນ​ສຳ​ເລັດ - ảnh 1ທ່ານນາງ Valeria VerShinina ນັກຊ່ຽວຊານວິເຄາະ ສັງກັດ ສູນ ອາຊຽນ, ສະຖາບັນການພົວພັນສາກົນ Moskva ຕອບສຳພາດຕໍ່ນັກຂ່າວ ສຳນັກຂ່າວສານ ຫວຽດນາມ (ພາບ: TTXVN)

ເນື່ອງໃນໂອກາດ ຫວຽດນາມ ກາກໍ່ບູລະນະກົງຈັກການນຳຂັ້ນສູງ, ທ່ານນາງ Valeria VerShinina ນັກຊ່ຽວຊານວິເຄາະ ສັງກັດ ສູນ ອາຊຽນ, ສະຖາບັນການພົວພັນສາກົນ Moskva ( MGIMO) ສັງກັດກະຊວງການຕ່າງປະເທດ ສະຫະພັນ ລັດເຊຍ, ໄດ້ຕີລາຄາສູງກ່ຽວກັບຄຸນນະທາດ ກໍ່ຄືກຳລັງຄວາມສາມາດໃນການປະຕິບັດງານ ຂອງບັນດາສະຫາຍທີ່ໄດ້ຮັບຄວາມໄວ້ວາງໃຈເລືອກຕັ້ງ ເຂົ້າບັນດາຕຳແໜ່ງການນຳຂັ້ນສູງຢູ່ ຫວຽດນາມ. ລາຍລະອຽດແມ່ນ, ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໄດ້ຮັບການຕີລາຄາວ່າ ເປັນຜູ້ນຳທີ່ເຕັມໄປດ້ວຍບົດຮຽນປະສົບການຂອງ ພັກກອມມູນິດ ຫວຽດນາມ, ທ່ານປະທານປະເທດ ຄົນໃໝ່ ຫງວຽນຊວັນຟຸກ ຢັ້ງຢືນໄດ້ຕົນເອງແມ່ນຜູ້ນຳທີ່ມີຄວາມສະຫຼາດສ່ອງໃສ, ປິຊາສາມາດຂອງປະເທດ ໃນຊຸມປີທີ່ທ່ານດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ, ໃນຂະນະນັ້ນທ່ານ ປະທານສະພາແຫ່ງຊາດຄົນໃໝ່ ເວືອງດິ່ງເຫ້ວ ແລະ ທ່ານ ນາຍົກລັດຖະມົນຕີຄົນໃໝ່ ຟ້າມມິງຈິ໊ງ ລ້ວນແຕ່ແມ່ນຜູ້ບໍລິຫານຄຸ້ມຄອງທີ່ມີຈິນຕະນາການຍຸດທະສາດ ແລະ ມີບົດຮຽນປະສົບການຢ່າງຫຼວງຫຼາຍໃນວຽກງານນຳພາ. ບັນດາຕຳແໜ່ງການນຳຫຼັກແຫຼ່ງກໍ່ຕາງໜ້າໃຫ້ບັນດາເຂດພາກຂອງທົ່ວປະເທດ ຢ່າງກົມກຽວ.

        ທ່ານນາງ Valeria VerShinina ຖືວ່າ ສະພາແຫ່ງຊາດ ຫວຽດນາມ ມີຄວາມສະຫຼາດສ່ອງໃສເມື່ອຄັດເລືອກຜູ້ທີ່ ຍາມໃດກໍ່ສະໜັບສະໜູນພື້ນຖານເສດຖະກິດປ່ຽນແປງໃໝ່ ແລະ ພັດທະນາອຸດສາຫະກຳ”ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ, ຍ້ອນວ່າ ໃນໄລະຍະທີ່ຈະມາເຖິງປະເທດຊາດຕ້ອງຕ້ອນຮັບການປະຕິວັດອຸດສາຫະກຳຄັ້ງທີ 4 ຢ່າງທັນການ.

        ນັກຊ່ຽວຊານ ລັດເຊຍ ເຊື່ອໝັ້ນວ່າ ດ້ວຍບັນດາບົດຮຽນປະສົບການທີ່ຖອດຖອນມາໄດ້ ແລະ ບັນດາຜົນສຳເລັດໃນການປະຕິຮູບເສດຖະກິດ, ກໍ່ຄືຮັກສານະໂຍບາຍການພົວພັນຕ່າງປະເທດຢ່າງສົມດູນ, ຫວຽດນາມ ຈະສືບຕໍ່ພັດທະນາໂດຍໄວ ແລະ ສວມບົດບາດນັບມື້ນັບຍິ່ງໃຫຍ່ໃນບັນດາວິວັດການທົ່ວໂລກ ແລະ ພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ