ນາຍົກລັດຖະມົນຕີ Nguyen Tan Dung ຕ້ອນຮັບລັດຖະມົນຕີເສດຖະກິດເຢຍລະມັນ

ນາຍົກລັດຖະມົນຕີ Nguyen Tan Dung ຕ້ອນຮັບລັດຖະມົນຕີເສດຖະກິດເຢຍລະມັນ - ảnh 1
ທ່ານ​ນາຍົກ ລັດຖະມົນຕີຫວຽດນາມ Nguyen Tan Dung ແລະ ທ່ານລັດຖະມົນຕີ​ກະຊວງ​ເສດຖະກິດ ​ແລະ ​ເຕັກ​ໂນ​ໂລ​ຊີ​​
ເຢຍລະ​ມັນ Philipp Roesler (ພາບ : baodientuchinhphu )

Vovworld- ຕອນ​ບ່າຍວັນ​ທີ 18/9, ຢູ່​ຮ່າ​ໂນ້ຍ, ທ່ານ​ນາຍົກ ລັດຖະມົນຕີຫວຽດນາມ Nguyen Tan Dung ​ໄດ້​ໃຫ້ການ​ຕ້ອນຮັບ ທ່ານລັດຖະມົນຕີ​ກະຊວງ​ເສດຖະກິດ ​ແລະ ​ເຕັກ​ໂນ​ໂລ​ຊີ​​ເຢຍລະ​ມັນ Philipp Roesler ຊຶ່ງ​ພວມ​ຢ້ຽມຢາມ​ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ​ໄດ້​ຕີ​ລາຄາ​ສູງ​ການ​ເຮັດ​ວຽກລະຫວ່າງ ທ່ານລັດຖະມົນຕີ​ກະຊວງ​ເສດຖະກິດ ​ແລະ ​ເຕັກ​ໂນ​ໂລ​ຊີ​​ເຢຍລະ​ມັນ Philipp Roesler ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ຂອງ​ຫວຽດນາມ. ທ່ານ​ນາຍົກ ລັດຖະມົນຕີຫວຽດນາມ Nguyen Tan Dung ຢືນຢັນ​ວ່າ ລັດຖະບານ​ຫວຽດນາມ​ຈະ​ສ້າງ​ທຸກ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ເພື່ອ​ໃຫ້​ບັນດາ​ນັກ​ລົງທຶນ​ເຢຍລະ​ມັນ​ເຂົ້າ​ມາ​ເຄື່ອນ​ໄຫວ​ຢູ່​ຫວຽດນາມ, ​ໃນ​ນັ້ນ​ໃຫ້​ບຸລິ​ມາ​ສິດ​ແກ່​ບັນດາ​ວິ​ສາ​ຫະກິດ​ເຢຍລະ​ມັນ​ລົງທຶນ​​ໂຄງການ​ຜະລິດ, ກໍ່ສ້າງ​ພື້ນຖານ​​ໂຄງລ່າງ ​ເພື່ອ​ເພີ່ມ​ທະວີ​ດຶງ​ດູດການ​ລົງທຶນ​ຂອງ​ເຢຍລະ​ມັນ​ເຂົ້າ​ຫວຽດນາມ, ສອດຄ່ອງ​ກັບ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ທ່ານ​ນາຍົກ ລັດຖະມົນຕີຫວຽດນາມ Nguyen Tan Dung ສະ​ເໜີ 2 ຝ່າຍ​ຈົ່ງ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ທີ່ 2 ຝ່າຍ​ໄດ້​ຕົກລົງ​ກັນ​ຢ່າງ​ມີ​ປະສິດທິ​ຜົນ. ທ່ານ​ນາຍົກ ລັດຖະມົນຕີຫວຽດນາມ Nguyen Tan Dung ຍັງສະ​ເໜີ​ເຢຍລະ​ມັນ ສະໜັບສະໜູນ​ການ​ແກ້​ໄຂ​ບັນ​ຫາ​ຢູ່​ເຂດ​ທະ​ເລ​ຕາ​ເວັນ​ອອກ​​ໂດຍ​ສັນຕິ​ວິທີ, ບົນ​ພື້ນຖານ​ເຄົາລົບ​ກົດໝາຍ​ສາກົນ. ສ່ວນ ທ່ານລັດຖະມົນຕີ​ກະຊວງ​ເສດຖະກິດ ​ແລະ ​ເຕັກ​ໂນ​ໂລ​ຊີ​​ເຢຍລະ​ມັນ Philipp Roesler ​ເນັ້ນ​ໜັກ​ວ່າ ​ເຢຍລະ​ມັນ​ສະໜັບສະໜູນ​ຫວຽດນາມ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ຢ່າງຮອບດ້ານ​ກັບ EU  ​ແລະ ທາງ​ຝ່າຍ​ເຢຍລະ​ມັນ​ພ້ອມ​ແລ້ວ​ໃຫ້ການ​ຊ່ວຍ​ໜູນ​ຫວຽດນາມ​ໃນ​ຂົງ​ເຂດ​ການ​ເງິນ, ວິທະຍາສາດ​ເທັກ​ໂນ​ໂລ​ຢີ, ​ເພີ່ມ​ທະວີ​ການ​ຊ່ວຍ​ເຫຼືອ​ພັດທະນາ​ໃຫ້​ແກ່​ຫວຽດນາມ......

ຂ່າວ/ບົດ​ອື່ນ