ນາຍົກລັດຖະມົນຕີ Nguyen Tan Dung ເຂົ້າຮ່ວມເວທີປາໄສເສດຖະກິດໂລກອາຊີຕາເວັນອອກ 2012

ນາຍົກລັດຖະມົນຕີ Nguyen Tan Dung ເຂົ້າຮ່ວມເວທີປາໄສເສດຖະກິດໂລກອາຊີຕາເວັນອອກ 2012 - ảnh 1
( ທ່ານ​ນາ​​ຍົກ​ລັດຖະມົນຕີ Nguyen Tan Dung )

( vovworld ) -   ວັນ​ທີ 31/5, ທ່ານ​ນາ​​ຍົກ​ລັດຖະມົນຕີ Nguyen Tan Dung ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​​​ເດີນທາງອອກ​ຈາກ​ຮ່າ​​ໂນ້ຍ, ​​ໄປເຂົ້າ​ຮ່ວມ​ກອງ​ປະຊຸມເວທີ​ປາ​ໄສ​​​​ເສດຖະກິດໂລກອາຊີ​ຕາ​ເວັນ​ອອກ 2012 ( WEF ອາຊີ​ຕາ​ເວັນ​ອອກ 2012 ) ຢູ່​ບາງກອກ​, ປະ​ເທດ​ໄທ ຕາມ​ຄຳ​ເຊື້ອ​ເຊີ​ນຂອງ​ທ່ານ​ນາງ​ນາຍົກ​ລັດຖະມົນຕີລາ​ຊະ​ອານາຈັກ​ໄທ ຍິງ​ຮັກ ຊິນນະ​ວັດ ​ແລະ ທ່ານ​ປະທານ​ເວທີ​ປາ​ໄສ​ເສດຖະກິດ​ໂລກ Klaus Schwab. ​ຫົວ​ຂໍ້​ຂອງ​ກອງ​ປະຊຸມເວທີ​ປາ​ໄສ​​​​ເສດຖະກິດໂລກອາຊີ​ຕາ​ເວັນ​ອອກປີ​ນີ້​ແມ່ນ “ ກຳນົດ​ທິດອະນາຄົດ​ໃຫ້​ແກ່​ພາກ​ພື້ນ​ຜ່ານ​ການ​ເຊື່ອມ​ຕໍ່​ ”, ​ໄດ້​ສຸມ​ໃສ່​ 3 ​ເນື້ອໃນຕົ້ນ​ຕໍ່​ຄື: ບົດບາດ​ຂອງບັນດາ​ພື້ນຖານ​ເສດຖະກິດທີ່​ມີການ​​ເຕີບ​ໂຕ​ສູງ​ຂອງ​ອາ​ຊຽນ ​ໃນ​ການສ້າງ​ຄວາມ​ສົມ​ດູ​ນຄືນ​ໃໝ່​​ໃຫ້​ແກ່ແງ່​ຫວັງ​ເສດຖະກິດ​ທົ່ວ​ໂລກ ​ແລະ ພາກ​ພື້ນ; ບົດບາດ​ຂອງ​ບັນດາ​ລັດຖະບານ ​ແລະ ອົງການ​ຈັດ​ຕັ້ງໃນ​ການສະ​ເໜີ, ຜັນ​ຂະຫຍາຍ​ບັນດານ​ະ​ໂຍບາຍ​ການ​ເງິນ​ຢ່າງ​ມີ​ປະສິດທິ​ຜົນ ​ເພື່ອ​ແນ​ໃສ່​ຄວບ​ຄຸມ​ໄພ​ເງິນ​​ເຟີ້, ທຶນໝູນ​ວຽນ​, ການ​​ເໜັງ​ຕິງ​ຂອງລາຄາ​ສິນຄ້າ ​ແລະ ການ​ເຕີບ​ໂຕ​ດູ​ນດ່ຽງ, ນຳ​ໃຊ້​ທ່າ​ແຮງ​ດ້ານປະຊາກອນ ​ແລະ ​ເຕັກ​ໂນ​ໂລ​ຊີ​ໃນ​ພາກ​ພື້ນ​ເພື່ອ​ພັດທະນາ​ບັນດາ​ຮູບ​ແບບ​ເຕີບ​ໂຕ​ຜ່ານ​ການ​ປ່ຽນ​ໃໝ່, ປັບປຸງກົນ​ໄກ​ລະດົມ​ຜູ້​ເກັ່ງ​ກ້າ​ສາມາດ, ​ຈິດ​ໃຈ​ດຳ​ເນີນ​ທຸລະ​ກິດ ​ແລະ ສ້າງເຕັກນິກ.

ຂ່າວ/ບົດ​ອື່ນ