ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

(VOVWORLD) - ຕອນບ່າຍວັນທີ 1 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານວາລະເຮັດວຽກທີ 2 ຂອງ ຄະນະຊີ້ນຳແຫ່ງຊາດຜັນຂະຫຍາຍມະຕິສະບັບເລກທີ 68 ຂອງກົມການເມືອງກ່ຽວກັບການພັດທະນາເສດຖະກິດເອກະຊົນ.
ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄໍາເຫັນທີ່ກອງປະຊຸມ

ຕາມການສະຖິຕິແລ້ວ, 10 ເດືອນຕົ້ນປີ 2025, ທົ່ວປະເທດມີວິສາຫະກິດເກືອບ 262.000 ແຫ່ງໄດ້ຈົດທະບຽນສ້າງຕັ້ງໃໝ່ ແລະ ເຄື່ອນໄຫວຄືນໃໝ່, ເພີ່ມຂຶ້ນເກືອບ 30% ເມື່ອທຽບໃສ່ປີ 2024 ດ້ວຍຍອດທຶນປະກອບຕື່ມໃສ່ພື້ນຖານເສດຖະກິດຄາດວ່າບັນລຸກວ່າ 5,1 ລ້ານຕື້ດົ່ງ (ເກືອບ 194 ຕື້ USD), ເພີ່ມຂຶ້ນເກືອບ 99% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024.

        ເມື່ອກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຮຽກຮ້ອງໃຫ້ບັນດາລັດຖະມົນຕີ, ຫົວໜ້າອົງການທຽບເທົ່າກະຊວງ, ປະທານຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນປະຕິບັດມະຕິສະບັບເລກທີ 68 ຢ່າງຂ້ຽວຂາດ. ທ່ານນາຍົກລັດຖະມົນຕີ ກໍຮຽກຮ້ອງໃຫ້ກະຊວງການເງິນຄົ້ນຄວ້າ, ນຳໃຊ້ບັນຍາປະດິດ (AI), ປະກອບຕື່ມບັນດາດັດຊະນີເພື່ອວິເຄາະວິໄຈ, ຄາດຄະເນ, ຮັບໃຊ້ບັນດາວຽກງານຄຸ້ມຄອງໃຫ້ເປັນຢ່າງດີກວ່າ, ຊີ້ນຳຜັນຂະຫຍາຍມະຕິສະບັບເລກທີ 68. ບັນດາວິສາຫະກິດສືບຕໍ່ຄົ້ນຄວ້າ, ສັ່ງຊື້ສິນຄ້າໃນບັນດາຂົງເຂດບຸລິມະສິດເຊັ່ນ ວິທະຍາສາດເຕັກໂນໂລຢີ, ຫັນເປັນດີຈີຕອນ, ນະວັດຕະກຳ, ພັດທະນາພື້ນຖານໂຄງລ່າງຍຸດທະສາດໃນນັ້ນມີເສັ້ນທາງລົດໄຟ, ພື້ນຖານໂຄງລ່າງສະໜາມບິນ, ທ່າກ່ຳປັ່ນ:

        “ພວກຂ້າພະເຈົ້າຖືວ່າ ດ້ວຍຈິດໃຈພວກເຮົາ, ທັງໝົດສາມັກຄີ, ເປັນເອກະພາບ, ມີກຳລັງແຮງລວມ”. ພວກເຮົາລະດົມແຫຼ່ງກຳລັງພັດທະນາ. ເມື່ອປະສົບກັບຄວາຫຍຸ້ງຍາກ, ຂ້າພະເຈົ້າຫວັງຢ່າງຍິ່ງວ່າ ບັນດາວິສາຫະກິດຈະມີຂໍ້ສະເໜີແນະ. ບັນດາອົງການຄຸ້ມຄອງລັດ, ຕ້ອງອຳນວຍຄວາມສະດວກ, ຮັບຟັງຄຳເຫັນ, ການແບ່ງປັນກັບວິສາຫະກິດ, ພ້ອມກັນຊົມໃຊ້ໝາກຜົນ ແລະ ພ້ອມກັນພັດທະນາ, ພ້ອມກັນມີຄວາມສຸກຄວາມມ່ວນຊື່ນ”.

ລ້າຍຮວາ


ຕອບກັບ

ຂ່າວ/ບົດ​ອື່ນ