ນາຍົກລັດຖະມົນຕີ ຟ້າມມິງຈີງ: ສຸມໃສ່ຍົກສູງຄຸນນະພາບການສຶກສາ ແລະ ການເບິ່ງແຍງສຸຂະພາບໃຫ້ປະຊາຊົນ

(VOVWORLD) -ຕອນບ່າຍວັນທີ 25 ມີນາ, ຢູ່ສຳນັກງານລັດຖະບານ, ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານ ແລະ ຄະນະປະຈຳພັກລັດຖະບານ ເພື່ອຮັບຟັງບົດລາຍງານຂອງກະຊວງສຶກສາ ແລະ ບຳລຸງສ້າງ ແລະ ບົດລາຍງານຂອງກະຊວງສາທາລະນະສຸກ
ນາຍົກລັດຖະມົນຕີ ຟ້າມມິງຈີງ: ສຸມໃສ່ຍົກສູງຄຸນນະພາບການສຶກສາ ແລະ ການເບິ່ງແຍງສຸຂະພາບໃຫ້ປະຊາຊົນ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານ ແລະ ຄະນະປະຈຳພັກລັດຖະບານ

    ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ສະເໜີກະຊວງສຶກສາ ແລະ ບຳລຸງສ້າງ ປະກອບຄຳຄິດຄຳເຫັນທີ່ກອງປະຊຸມ, ສ້າງຂໍ້ສະເໜີປະກາດໃຊ້ ໂຄງການເປົ້າໝາຍແຫ່ງຊາດ ກ່ຽວກັບການຫັນເປັນທັນສະໄໝ, ຍົກສູງຄຸນນະພາບ ການສຶກສາ ແລະ ບຳລຸງສ້າງ, ພັດທະນາຄວາມ ສາມາດບົ່ມຊ້ອນ, ຄຸນນະພາບຂອງນັກຮຽນ, ສ້າງແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາປະເທດຊາດຢ່າງກ້າວກະໂດດຂັ້ນໃນໄລຍະໃໝ່. ທ່ານນາຍົກລັດຖະມົນຕີສະເໜີໃຫ້ໂຄງການດັ່ງກ່າວວາງເປົ້າໝາຍບັນລຸລະດັບ ພາສາອັງກິດຊັ້ນປະຖົມ ແລະ ການສຶກສາສາມັນຢ່າງທົ່ວເຖິງ.

     ທີ່ການພົບປະ, ພາຍຫຼັງໄດ້ຮັບຟັງບົດລາຍງານການຜັນຂະຫຍາຍໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການຮັກສາສຸຂະພາບ, ປະຊາກອນ ແລະ ການພັດທະນາໄລຍະ 2026-2035,  ທ່ານນາຍົກລັດຖະມົນຕີ  ໄດ້ຕັກເຕືອນເປັນພິເສດເຖິງການຍົກສູງຄວາມສາມາດຂອງເຄືອຂ່າຍສາທາລະນະສຸກຮາກຖານ ແລະ ຍົກສູງປະສິດທິຜົນຂອງລະບົບປ້ອງກັນພະຍາດຢູ່ຂັ້ນຕາແສງ; ສະເໜີໃຫ້ກະຊວງສາທາລະນະສຸກສົ່ງແພດໝໍລົງຂັ້ນຮາກຖານ 1.000 ຄົນ ແຕ່ນີ້ຮອດທ້າຍປີ….

ຕອບກັບ

ຂ່າວ/ບົດ​ອື່ນ