ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບປະທານເຂດປົກຄອງດ້ວຍຕົນເອງຊົນເຜົ່າ ຈວາງ, ແຂວງ ກວາງສີ, ປະເທດຈີນ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຕ້ອນຮັບທ່ານ ເຈິງອູ໋ຍ, ປະທານເຂດປົກຄອງດ້ວຍຕົນເອງຊົນເຜົ່າຈວາງ, ແຂວງ ກວາງສີ, ປະເທດຈີນ
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບປະທານເຂດປົກຄອງດ້ວຍຕົນເອງຊົນເຜົ່າ ຈວາງ, ແຂວງ ກວາງສີ, ປະເທດຈີນ - ảnh 1 ທ່ານ ເຈິງອູ໋ຍ, ປະທານເຂດປົກຄອງດ້ວຍຕົນເອງຊົນເຜົ່າຈວາງ ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ

ຕອນບ່າຍວັນທີ 20 ເມສາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຕ້ອນຮັບທ່ານ ເຈິງອູ໋ຍ, ປະທານເຂດປົກຄອງດ້ວຍຕົນເອງຊົນເຜົ່າຈວາງ, ແຂວງ ກວາງສີ, ປະເທດຈີນ ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາສູງບັນດາການປະກອບສ່ວນສຳຄັນຂອງທ່ານ ເຈິງອູ໋ຍ ແລະ ແຂວງ ກວາງສີ ຕໍ່ການພັດທະນາຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ ແລະ ຈີນ ເວົ້າລວມ ກໍ່ຄື ຫວຽດນາມ - ແຂວງ ກວາງສີ ເວົ້າສະເພາະ; ເມື່ອເນັ້ນໜັກເຖິງນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ, ຍາວນານຂອງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ ຫວຽດນາມ - ຈີນ, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ແຈ້ງວ່າ: ໃນການພົວພັນຮ່ວມມືນັ້ນ,  ກວາງສີ ແມ່ນທ້ອງຖິ່ນ ມີບັນດາການເຄື່ອນໄຫວສົມທົບໂດຍກົງ ກັບບັນດາທ້ອງຖິ່ນ, ວິສາຫະກິດຂອງ ຫວຽດນາມ ຢ່າງມີປະສິດທິຜົນທີ່ສຸດ ນັບທັງດ້ານເສດຖະກິດ, ການຄ້າ, ວັດທະນະທຳ, ການພົວພັນແລກປ່ຽນປະຊາຊົນ…

        ທ່ານ ເຈິງອູ໋ຍ, ປະທານເຂດປົກຄອງດ້ວຍຕົນເອງຊົນເຜົ່າຈວາງ, ແຂວງ ກວາງສີ ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາອັນດີງາມ, ຮອບດ້ານຂອງການພົວພັນ ຫວຽດນາມ - ຈີນ ເວົ້າລວມ ແລະ ຫວຽດນາມ ກັບແຂວງ ກວາງສີ ເວົ້າສະເພາະ. ທ່ານໃຫ້ຮູ້ຈຸດປະສົງຂອງການຢ້ຽມຢາມ ຫວຽດນາມ ຄັ້ງນີ້ ແມ່ນເພື່ອແນໃສ່ສືບຕໍ່ປະຕິບັດບັນດຂໍ້ຕົກລົງ ແລະ ສະຕິຄວາມຮັບຮູ້ລວມຂອງການນຳຂັ້ນສູງ 2 ພັກ, 2 ລັດ, ປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງການພົວພັນ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ