ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດການຮ່ວມມືແມ່ນ້ຳຂອງ - ລ້ານຊ້າງ ຄັ້ງທີ 2

(VOVWORLD) - ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີແຫ່ງ ລາຊະອານາຈັກ ກຳປູເຈຍ Samdech HunSen, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ

ຈະນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດການຮ່ວມມືແມ່ນ້ຳຂອງ - ລ້ານຊ້າງ ຄັ້ງທີ 2 ທີ່ຈະຈັດຕັ້ງໃນວັນທີ 10 ມັງກອນ 2018 ຢູ່ນະຄອນຫລວງ ພະນົມເປັນ ກຳປູເຈຍ. ນີ້ແມ່ນກອງປະຊຸມທີ່ມີລັກສະນະປະຈຳໄລຍະ, ຖືກຈັດຕັ້ງແບບໝູນວຽນລະຫວ່າງບັນດາປະເທດສະມາຊິກ 2 ປີເທື່ອໜຶ່ງ .

        ດ້ວຍຫົວຂໍ້ວ່າ “ແມ່ນ້ຳແຫ່ງສັນຕິພາບ ແລະ ພັດທະນາແບບຍືນຍົງຂອງພວກເຮົາ”, ຄາດຄະເນວ່າ ກອງປະຊຸມຈະສະຫລຸບຄືນສະພາບການຮ່ວມມືນັບແຕ່ພາຍຫລັງກອງປະຊຸມສຸດຍອດການຮ່ວມມືແມ່ນ້ຳຂອງ - ລ້ານຊ້າງ ຄັ້ງທີ 1; ປຶກສາຫາລືທິດທາງການຮ່ວມມືໃນໄລຍະຈະມາເຖິງ ພ້ອມທັງຮັບຮອງເອກະສານຕ່າງໆຫລາຍສະບັບ.

ຕອບກັບ

ຂ່າວ/ບົດ​ອື່ນ