ນາຍົກລັດຖະມົນຕີ ຫວຽດນາມຈະເປັນນັກ ປາຖະກະຖາຕົ້ນຕໍ່ໃນ Shangri – La

ນາຍົກລັດຖະມົນຕີ ຫວຽດນາມຈະເປັນນັກ ປາຖະກະຖາຕົ້ນຕໍ່ໃນ Shangri – La - ảnh 1

ທ່ານນາຍົກລັດຖະມົນຕີຈະເປັນນັກປາຖະກະຖາ​ຂອງ Shangri – La ຄັ້ງ​ທີ 12
(ພາບ: ອິນເຕີແນດ)

(vovworld) – ບັນດາ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ, ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດ​ຂັ້ນ​ສູງ, ພ້ອມ​ກັບ​ບັນດາ​ນັກ​ໄຈ້​ແຍກ​ສາກົນ​ແຖວ​ໜ້າ​ຂອງ 27 ປະ​ເທດຢູ່​ພາກ​ພື້ນ​ອາ​ຊີ - ປາຊີ​ຝິກ, ອາ​ເມ​ລິ​ກາ​ເໜືອ ​ແລະ ​ເອີ​ລົບ ຈະ​​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ​ປ້ອງ​ກັນ​ຄວາມ​ສະຫງົບ​ອາຊີ (ການໂອ້​ລົມ​ສົນທະນາ Shangri – La) ຄັ້ງ​ທີ 12 ​ເຊິ່ງຈັດ​ຕັ້ງ​ຢູ່​ສິງ​ກະ​ໂປ​ ໃນ​ລະຫວ່າງ​ວັນ​ທີ 31/5 – 2/6. ນີ້​ແມ່ນ​ເວທີ​ປາ​ໄສ​ເພື່ອ​ປຶກສາ​ຫາລື ​ແລະ ​ໄຈ້​ແຍກ​ບັນດາ​ບັນຫາ​ປ້ອງ​ກັນ​ຊາດ ປ້ອງ​ກັນ​ຄວາມ​ສະຫງົບ​ຢູ່​ພາຍ​ໃນ ​ແລະ ນອກ​ພາກ​ພື້ນ​ອາຊີ, ​ແລກປ່ຽນ​ບັນດາ​ມາດ​ຕະການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ພາກ​ພື້ນ. ນັກປາຖະກະຖາ​ຂອງ Shangri – La ຄັ້ງ​ທີ 12 ​ແມ່ນ​ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ. ການ​ເຂົ້າ​ຮ່ວມ​ຂອງທ່ານນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ໃນ Shangri – La ຄັ້ງ​ທີ 12 ​​ແລະ ທັດສະນະ​ຂອງ​ຫວຽດນາມ ກ່ຽວ​ກັບ​ບັນດາ​ບັນຫາ​ປ້ອງ​ກັນຊາ​ດ​ໃນ​ປະຈຸ​ບັນ ກໍ່​ຄື​ກາລະ​ໂອກາດ​ແກ້​ໄຂ​ການ​ພິພາດ ຈະ​ເພີ່ມ​ຄວາມ​ແຮງ​ພໍ​ສົມຄວນ​ໃຫ້​ແກ່​ການ​ປຶກສາ​ຫາລື​ທີ່​ສຳຄັນ​ກ່ຽວ​ກັບ​ຄວາມ​ໝັ້ນຄົງ​ໃນ​ພາກ​ພື້ນ, ​ເຊິ່ງຈະ​ດຳ​ເນີນ​ຢູ່ Shangri – La .

ຂ່າວ/ບົດ​ອື່ນ