(vovworld) – ກ່າວຄຳເຫັນໃນວັນທີ 20/09, ທີ່ກອງປະຊຸມດຳເນີນໄປຢູ່ສິງກະໂປ, ທ່ານນາຍົກລັດຖະມົນຕີສິງກະໂປ ຫຼີຊຽນຫຼົງ ຖືວ່າ, ຖ້າຫາກບັນດາປະເທດເຂົ້າຮ່ວມສັນຍາຄູ່ຮ່ວມມືຂ້າມປາຊີຝິກ (TPP) ບໍ່ສິ້ນສຸດການເຈລະຈາໃນປີ 2014 ນີ້, ແຜນການທີ່ມີຄວາມຫວັງອັງໃຫຍ່ຫຼວງຈະຖືກໂຈະໄວ້ເປັນເວລາ 2 ປີ, ຍ້ອນອາເມລິກາ ກະກຽມການເລືອກຕັ້ງປະທານາທິບໍດີໃນປີ 2016 ແລະ ອາດຈະດົນກວ່ານັ້ນ. ຕາມທ່ານ ຫຼີຊຽນຫຼົງ ແລ້ວ, ບັນດາປະເທດເຂົ້າຮ່ວມການເຈລະຈາຈະຖືກເສຍຫາຍຫຼາຍຢ່າງ ຍ້ອນການຊັກຊ້ານັ້ນ. ສັນຍາມີການເຂົ້າຮ່ວມຂອງບັນດາພື້ນຖານເສດຖະກິດ ຢູ່ລະດັບຄວາມຮູ້ແຕກຕ່າງກັນດັ່ງກ່າວ ຈະນຳມາເຊິ່ງຜົນປະໂຫຍດຍຸດທະສາດໃຫ້ທຸກໆປະເທດສະມາຊິກ. ອາເມລິກາ ຕ້ອງເຫັນໄດ້ຄວາມສຳຄັນຂອງ TPP ຍ້ອນວ່າ ນີ້ແມ່ນການຮ່ວມມືສຳພັນພຽງໜຶ່ງດຽວ ຢູ່ພາກພື້ນທີ່ມີການເຂົ້າຮ່ວມຂອງວໍຊິງເຕັນ.