ນາຍົກລັດຖະມົນຕີຫງວຽນຊວນຟຸກຮຽກຮ້ອງຮັບປະກັນຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍໃນສະພາບການໃໝ່

(VOVWORLD) -ຕອນເຊົ້າວັນທີ 15/05, ໃນການເປັນປະທານກອງປະຊຸມຜ່ານເຄືອຂ່າຍອີນເຕີແນັດກັບການນຳບາງກະຊວງ, ຂະແໜງການ ແລະ 63 ແຂວງ, ນະຄອນກ່ຽວກັບສະພາບການຮັບປະກັນຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍ

ນາຍົກລັດຖະມົນຕີຫງວຽນຊວນຟຸກຮຽກຮ້ອງຮັບປະກັນຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍໃນສະພາບການໃໝ່ - ảnh 1 ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ

ຮຽກຮ້ອງຮັບປະກັນຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍໃນສະພາບການໃໝ່

(ພາບ: TTXVN)

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ, ຈຳນວນນັກທ່ອງທ່ຽວມາຫວຽດນາມ ໃນໄລຍະຜ່ານມານັບມື້ເພີ່ມ ຫຼາຍຂຶ້ນ ແມ່ນຍ້ອນຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍໄດ້ຮັບການຮັບປະກັນ, ໄດ້ຊ່ວຍໃຫ້ນັກລົງທຶນ ແລະ ນັກທ່ອງທ່ຽວມີຄວາມອຸ່ນອ່ຽນໃຈເມື່ອມາຫວຽດນາມ. ຕາມທ່ານນາຍົກລັດຖະມົນຕີແລ້ວ, ໃນໄລຍະຈະມາເຖິງ, ຕ້ອງຮັບປະກັນຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍໃນສະພາບການໃໝ່ແມ່ນປະຖົມປັດໃຈສຳຄັນເພື່ອພັດທະນາປະເທດຊາດ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ ແມ່ນໜ້າທີ່ຈຸດສຸມ, ເປັນປະຈຳ ແລະ ຍາວນານ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ທ້ອງຖິ່ນຕ່າງໆລະດົມກຳລັງແຮງສັງລວມເຂົ້າຮ່ວມຂະບວນການປົກປັກຮັກສາຄວາມສະຫງົບແຫ່ງຊາດ; ຕໍ່ສູ້ຕ້ານອາດຊະຍາກຳທຸກປະເພດ; ຄອບຄົວ, ໂຮງຮຽນ, ສັງຄົມສົມທົບກັນເພີ່ມທະວີການຄຸ້ມຄອງ, ສຶກສາຊາວໜຸ່ມ, ນັກຮຽນ, ນັກສຶກສາ. ທີ່ກອງປະຊຸມຄັ້ງນີ້, ທ່ານນາຍົກລັດຖະມົນຕີກໍຊີ້ນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນແກ້ໄຂບັນດາເຫດການໃນຂົງເຂດທີ່ດິນຢ່າງເດັດຂາດ, ບໍ່ປະໃຫ້ພວກທີ່ບໍ່ດີສວຍໃຊ້ໂອກາດຫວັງມ້າງເພທຳລາຍພັກ, ລັດ.

ຕອບກັບ

ຂ່າວ/ບົດ​ອື່ນ