ນາຍົກລັດຖະມົນຕີຫງວຽນຊວັນຟຸກເປັນປະທານ ກອງປະຊຸມສະໄໝສາມັນປະຈຳເດືອນກັນຍາຂອງລັດຖະບານ

(VOVWORLD) -ວັນທີ 02 ຕຸລາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມສະໄໝສາມັນປະຈຳເດືອນກັນຍາຂອງລັດຖະບານ.

ນາຍົກລັດຖະມົນຕີຫງວຽນຊວັນຟຸກເປັນປະທານ ກອງປະຊຸມສະໄໝສາມັນປະຈຳເດືອນກັນຍາຂອງລັດຖະບານ - ảnh 1ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກເປັນປະທານ ກອງປະຊຸມສະໄໝສາມັນປະຈຳເດືອນກັນຍາຂອງລັດຖະບານ

(ພາບ: VGP)

ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ, ໄລ່ມາຮອດຈຸດເວລານີ້, ສະພາບການເສດຖະກິດສັງຄົມຂອງທົ່ວປະເທດບັນລຸໝາກຜົນຕັ້ງໜ້າຫຼາຍຢ່າງ, ດີກວ່າລະດັບຄາດຄະເນດ້ວຍຫຼາຍຄາດໝາຍໃນບັນດາຂົງເຂດແມ່ນສູງກວ່າເມື່ອທຽບໃສ່ໄລຍະດຽວກັນຂອງປີ 2018. ໄພເງິນເຟີ້ໄດ້ຮັບການຄວບຄຸມຕ່ຳກວ່າໝູ່ໃນຮອບເວລາ 3 ປີຜ່ານມາ, ຄິດສະເລ່ຍໃນໄລຍະ 9 ເດືອນເພີ່ມຂຶ້ນພຽງແຕ່ 2,5%. ການສົ່ງອອກບັນລຸ 193 ຕື້ USD, ການສົ່ງອອກເກີນດຸນບັນລຸລະດັບສະຖິຕິເກືອບ 6 ຕື້ USD.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ, ບໍ່ພຽງແຕ່ບັນລຸໝາກຜົນດີທາງດ້ານປະລິມານເທົ່ານັ້ນ, ຫາກຍັງທາງດ້ານຄຸນນະພາບກໍ່ໄດ້ຮັບການປົວແປງຢ່າງເຫັນໄດ້ຊັດ. ການເຕີບໂຕທາງດ້ານເສດຖະກິດບັນລຸຄາດໝາຍທີ່ໄດ້ວາງອອກ ໃນຂະນະທີ່ຍັງຮັກສາໄດ້ເສດຖະກິດມະຫາພາກໃຫ້ເປັນປົກກະຕິເຂັ້ມແຂງກວ່າ, ພິເສດແມ່ນໄພເງິນເຟີ້ໄດ້ຮັບການຄວບຄຸມເປັນຢ່າງດີກວ່າ, ຊີວິດທາງການວັດຖຸ ແລະ ຈິດໃຈຂອງປະຊາຊົນຢູ່ທຸກແຖບຖິ່ນໃນທົ່ວປະເທດໄດ້ຮັບການປົວແປງຢ່າງເຫັນໄດ້ຊັດ… ທ່ານນາຍົກລັດຖະມົນຕີ ຫວຽນຊວັນຟຸກ, ກ່າວວ່າ.

        “ສິ່ງດັ່ງກ່າວໄດ້້ເປັນການຢັ້ງຢືນບັນດາຄວາມມານະພະຍາຍາມຂອງທັງລະບົບການເມືອງ, ທຸກຂັ້ນ, ທຸກຂະແໜງການ, ປະຊາຄົມວິສາຫະກິດ ແລະ ປະຊາຊົນໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍນັບແຕ່ຕົ້ນປີ, ນຳມາເຊິ່ງໝາກຜົນທີ່ໜ້າປະເອີບໃຈ; ຢືນຢັນຕໍ່ແນວທາງອັນຖືກຕ້ອງຂອງພັກ, ລັດ ແລະ ຄວາມຕັດສິນໃຈຂອງລັດຖະບານ, ທຸກຂັ້ນ, ທຸກຂະແໜງການໃນການຊີ້ນຳນຳພາ, ບໍລິຫານ”.

ຕອບກັບ

ຂ່າວ/ບົດ​ອື່ນ