(vovworld) - ວັນທີ 28/11, ທີ່ການຕ້ອນຮັບທ່ານ Philipp Rosler, ຜູ້ອຳນວຍການຝ່າຍບໍລິຫານເວທີປາໄສເສດຖະກິດໂລກ (WEF), ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ຕີລາຄາສູງການຮ່ວມມືຢ່າງມີປະສິດທິຜົນ ແລະ ດີງາມລະຫວ່າງ ຫວຽດນາມ ແລະ WEF. ທ່ານນາຍົກລັດຖະມົນຕີ ສະເໜີ WEF ສົມທົບກັນຢ່າງແໜ້ນແຟ້ນກັບ ຫວຽດນາມ ເພື່ອດຳເນີນການຕີລາຄາຄວາມສາມາດແກ່ງແຍ້ງແຫ່ງຊາດປະຈຳປີ, ພິເສດແມ່ນຊີ້ອອກບັນດາສິ່ງຈຳກັດ, ອ່ອນດ້ອຍ, ສາຍເຫດ ແລະ ບັນດາທິດທາງ, ມາດຕະການເພື່ອແກ້ໄຂ ແລະ ຍົກສູງຄວາມແກ່ງແຍ້ງແຫ່ງຊາດຂອງ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ໂດຍໄດ້ຮັບຄຳເຊີນຂອງປະທານ WEF, ສາດສະດາຈານ Klaus Schwab, ຄະນະຜູ້ແທນຂັ້ນສູງລັດຖະບານ ຫວຽດນາມ ຈະເຂົ້າຮ່ວມເວທີປາໄສເສດຖະກິດໂລກຢູ່ Davos, ປະເທດສະວິດ ໃນເດືອນ 1/2015. ທ່ານນາຍົກລັດຖະມົນຕີ ສະເໜີ WEF ໜູນຊ່ວຍ ແລະ ຈັດຕັ້ງບັນດາເຫດການຂອງ ຫວຽດນາມ ດ້ວຍການເຂົ້າຮ່ວມຂອງບັນດານັກການເມືອງ ແລະ ວິສາຫະກິດອັນດັບໜຶ່ງຂອງໂລກເພື່ອໃຫ້ ຫວຽດນາມ ປະກາດ ແລະ ໂອ້ລົມສົນທະນາກ່ຽວກັບສະພາບການ, ແງ່ຫວັງ, ກຳນົດທິດພັດທະນາຂອງເສດຖະກິດ ຫວຽດນາມ ກໍ່ຄືແງ່ຫວັງຂອງປະຊາຄົມ ອາຊຽນ. ຫວຽດນາມ ຈະສົມທົບກັນຢ່າງມີປະສິດທິຜົນເພື່ອປະກອບສ່ວນໃຫ້ບັນດາຜົນສຳເລັດຂອງ WEF Davos ຈະມາເຖິງ.