ນາຍົກລັດຖະມົນຕີເຂົ້າຮ່ວມພິທີສະເຫຼີມສະຫຼອງ15ປີແຫ່ງວັນສ້າງຕັ້ງສູນຕິດຕໍ່ຄ້າຂາຍຫັຼກຊັບນະຄອນໂຮ່ຈິມິນ

ນາຍົກລັດຖະມົນຕີເຂົ້າຮ່ວມພິທີສະເຫຼີມສະຫຼອງ15ປີແຫ່ງວັນສ້າງຕັ້ງສູນຕິດຕໍ່ຄ້າຂາຍຫັຼກຊັບນະຄອນໂຮ່ຈິມິນ - ảnh 1
(ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ
ກ່າວຄຳເຫັນທີ່ພິທີ)


​​(vovworld) - ​ພິທີ​ສະ​ເຫຼີ​ມສະຫຼອງ15​ປີ​​ແຫ່ງ​ວັນ​ສ້າງ​ຕັ້ງສູນຕິດ​ຕໍ່​ຄ້າ​ຂາຍ​ຫັຼກຊັບ​ນະຄອນ​ໂຮ່ຈິ​ມິນ (20/07/2000 – 20/07/2015), ຖືກ​ດຳ​ເນີນ​ໄປ​ໃນ​ຕອນ​ບ່າຍ​ວັນ​ທີ 25/07, ຢູ່​ນະຄອນ​ໂຮ່ຈິ​ມິນ. ​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼ​ອງ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ສະ​ເໜີ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ​ສູນຕິດ​ຕໍ່​ຄ້າ​ຂາຍ​ຫັຼກຊັບ​ນະຄອນ​ໂຮ່ຈິ​ມິນ ຕ້ອງ​ມານະ​ພະຍາຍາມ, ປະກອບສ່ວນ​ຢ່າງ​ມີ​ປະສິດທິ​ຜົນ​ກວ່າເຂົ້າ​ໃນ​ພາລະກິດ​ຫັນປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ, ທັນ​ສະ​ໄໝ. ບັນດາ​ບໍ​ລິສັດຕິດ​ຕໍ່​ຄ້າ​ຂາຍ​ຫັຼກຊັບຕ້ອງ​ເຄື່ອນ​ໄຫວ​ຢ່າງ​ປອດ​ໄສ, ​ເປີດ​ເຜີຍ​ເພື່ອ​ໃຫ​້ຕະຫຼາດ​ຫຼັກ​ຊັບ​ຫວຽດນາມ ​ເຂັ້ມ​ແຂງ, ນີ້​ແມ່​ນຊ່ອງ​ຕົ້ນຕໍ​່ເພື່ອລະດົມ​ທຶນ​ໄລຍະ​ກາງ ​ແລະ ຍາວ ​ແລະ ມີປະສິດທິ​ຜົນ​ເພື່ອ​ຮັບ​ໃຊ້​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ.

        “ຂ້າພະ​ເຈົ້າ​ຫວັງ​ວ່າ, ຂະ​ແໜງ​ຫຼັກ​ຊັບ​ສືບ​ຕໍ່​ເສີມ​ຂະຫຍາຍ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​, ພະຍາຍາມ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ ​ເພື່ອ​ຕະຫຼາດ​ຫຼັກ​ຊັບຫວຽດນາມ​ ​ແລະ ຂະ​ແໜງ​ຫຼັກ​ຊັບ​ຫວຽດນາມ ພັດທະນາ​ຢ່າງ​ວ່ອງ​ໄວ​ ​ແລະ ມີ​ປະສິດທິ​ຜົນ​ກວ່າ, ​ເພື່​ອປະກອບ​ສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ປະ​ເທດ​ຊາດ​ ​ແລະ ​ໃນ​ພາລະກິດຫັນປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ, ທັນ​ສະ​ໄໝຢ່າງ​​ແທດ​ຈິງ”.

ຂ່າວ/ບົດ​ອື່ນ