ບົດຮຽນປະສົບການຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນບົດຮຽນລ້ຳຄ່າສຳລັບພັກ, ລັດ ລາວ

(VOVWORLD) - ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນເພື່ອນຜູ້ໃກ້ຊິດສະໜິດສະໜົມຂອງປະຊາຊົນ ລາວ.
ບົດຮຽນປະສົບການຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນບົດຮຽນລ້ຳຄ່າສຳລັບພັກ, ລັດ ລາວ - ảnh 1(ທ່ານອະດີດເລຂາທິການໃຫຍ່, ປະທານປະເທດ ລາວ ຈູມມະລີ ໄຊຍະສອນ)

        ບົດຮຽນປະສົບການຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນບົດຮຽນລ້ຳຄ່າສຳລັບພັກ, ລັດ ລາວ. ນີ້ແມ່ນຄວາມຮູ້ສຶກຢ່າງເລິກເຊິ່ງຂອງທ່ານອະດີດເລຂາທິການໃຫຍ່, ປະທານປະເທດ ລາວ ຈູມມະລີ ໄຊຍະສອນ, ກ່ຽວກັບຊຸມເດືອນປີພ້ອມກັນເຮັດວຽກກັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

        ເມື່ອແບ່ງປັນກັບນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ ໃນຕອນບ່າຍວັນທີ 20 ກໍລະກົດ, ທ່ານອະດີດເລຂາທິການໃຫຍ່, ປະທານປະເທດ ລາວ ຈູມມະລີ ໄຊຍະສອນ, ຢືນຢັນວ່າ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນເພື່ອນຜູ້ໃກ້ຊິດສະໜິດສະໜົມຂອງປະຊາຊົນ ລາວ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ລ່ວງລັບໄປ ແມ່ນຄວາມສູນເສຍຢ່າງໃຫຍ່ຫຼວງຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ, ກໍຄືສຳລັບປະຊາຊົນ ລາວ. ທ່ານ ຈູມມະລີ ໄຊຍະສອນ ສະແດງຄວາມປະທັບໃຈຕໍ່ຊຸມເດືອນປີພ້ອມກັນເຮັດວຽກກັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ທ່ານຢືນຢັນວ່າ, ທ່ານບໍ່ພຽງແຕ່ໄດ້ຮໍ່າຮຽນໄດ້ຫຼາຍສິ່ງຫຼາຍຢ່າງໃຫ້ແກ່ທ່ານເອງເທົ່ານັ້ນ, ຫາກບັນດາບົດຮຽນຂອງທ່ານ ຫງວຽນຝູຈ້ອງ ຍັງແມ່ນບົດຮຽນອັນລຳຄ່າສຳລັບພັກ, ລັດ ລາວ ອີກດ້ວຍ, ພິເສດແມ່ນໃນວຽກງານກໍ່ສ້າງພັກ ແລະ ບຳລຸງສ້າງພະນັກງານ.

(ທ່ານອະດີດເລຂາທິການໃຫຍ່, ປະທານປະເທດ ລາວ ຈູມມະລີ ໄຊຍະສອນ)

        ຕາມທ່ານ ຈູມມະລີ ໄຊຍະສອນ ແລ້ວ, ໃນສະພາບການໂລກ ແລະ ພາກພື້ນມີຫຼາຍບັນຫາສັບສົນໃນໄລຍະຜ່ານມາ, ແຕ່ພາຍໃຕ້ການຊີ້ນຳຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ຫວຽດນາມ ໄດ້ຜ່ານຜ່າທຸກສິ່ງກີດຂວາງ, ບັນລຸຜົນງານສຳຄັນຫຼາຍຢ່າງໃນຫຼາຍຂົງເຂດເທື່ອລະກ້າວ, ປະກອບສ່ວນຍົກສູງຊີວິດການເປັນຢູ່ຂອງປະຊາຊົນ, ນຳປະເທດຊາດໃຫ້ນັບມື້ນັບພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ