(ພາບປະກອບ: nld.com.vn)
(vovworld) - ບັນດາການເຄື່ອນໄຫວຕອບສະໜອງຂະບວນການ “ມອດໄຟ 1 ຊົ່ວໂມງເພື່ອຫນ່ວຍໂລກ“ ປີ 2013 (ໃນຕອນຄ່ຳວັນທີ 23/3) ໄດ້ດຳເນີນໄປຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດ. ໃນໂອກາດນີ້, ການນຳນະຄອນດ່ານັງ ຮຽກຮ້ອງໃຫ້ຜູ້ນຳບັນດາອົງການຂອງລັດຊາບຊືມໃຫ້ພະນັກງານ, ລັດຖະກອນ, ພາລະກອນ…ຕອບສະໜອງເຫດການ “ມອດໄຟ 1 ຊົ່ວໂມງເພື່ອຫນ່ວຍໂລກ“ ປີ 2013 ຢ່າງເຂັ້ມງວດ.
ໃນຕອນບ່າຍຂອງວັນທີ 22/3, ຢູ່ໂຮ້ຍອານ, ປະຊາຊົນ, ແຂກທ່ອງທ່ຽວພ້ອມກັບພະນັກງານ ພາລະກອນບັນດາຄະນະ ຂະແໜງການ, ໝູ່ຄະນະ, ວິສາຫະກິດເປັນຈຳນວນຫຼວງຫຼາຍໄດ້ເຂົ້າຮ່ວມການເຄື່ອນໄຫວ “1 ຊົ່ວໂມງເພື່ອໂຮ້ຍອານ ມີຄວາມສະອາດ“. ທຸກຄົນທ້ອມກັນເຮັດອະນາໄມທຳຄວາມສະອາດ.
ແຕ່ວັນທີ 18-24/3, ບັນດາບໍລິສັດໃນບໍລິເວນ 9 ແຂວງນະຄອນເຂດແຄມທະເລທາງພາກກາງ ແລະ 4 ແຂວງເຂດໄຕງວຽນ ໄດ້ພ້ອມກັນຕອບສະໜອງ “ສັບປະດາປະຢັດໄຟຟ້າ ແລະ ເຫດການມອດໄຟ 1 ຊົ່ວໂມງເພື່ອຫນ່ວຍໂລກ“. ຢູ່ເທດສະບານຕາແສງຢາເຫງຍ ແຂວງດັກນົງ, ບໍລິສັດໄຟຟ້າດັກນົງ ໄດ້ສົມທົບກັບບັນດາອົງການອຳນາດກາປົກຄອງທ້ອງຖິ່ນໂຄສະນາ ຂົນຂວາຍເພື່ອຍົກສູງສະຕິປະຢັດໄຟຟ້າໃນວົງຄະນາຍາດ. ສ່ວນພະແນກອຸດສາຫະກຳການຄ້າແຂວງກອນຕູມ ແລະ ບັນດາອົງການກ່ຽວຂ້ອງ ໄດ້ຈັດການເຄື່ອນໄຫວໂຄສະນາຮຽກຮ້ອງໃຫ້ປະຊາຄົມເຂົ້າຮ່ວມຂະບວນການ“ມອດໄຟ 1 ຊົ່ວໂມງເພື່ອຫນ່ວຍໂລກ“ ປະກອບສ່ວນປະຢັດໄຟຟ້າໃນທົ່ວສັງຄົມ.