ບັນດາການເຄື່ອນໄຫວ ຂ່ຳນັບຮັບຕ້ອນ ລະດູບານໃໝ່
ຖະໜົນດອກໄມ້ ຫງວຽນເຫ້ວ ທີ່ນະຄອນໂຮ່ຈິມິນ
|
Vovworld- ຍັງອີກພຽງ 2ມື້ເທົ່ານັ້ນ ກໍຈະຮອດບຸນເຕັດໝາຍເຖິງ ບຸນປີໃໝ່ ປະຈຳຊາດຫວຽດນາມ. ມີການເຄື່ອນໄຫວຫຼາຍຢ່າງເພື່ອຂ່ຳນັບຊົມເຊີຍລະດູ ບານໃໝ່ໄດ້ຖືກຈັດຂຶ້ນຢ່າງຟົດຟື້ນມ່ວນຊື່ນ ໃນທົ່ວທຸກແຖບຖິ່ນຂອງປະເທດຊາດ. ຕອນຄ່ຳວັນທີ 7/2, ຢູ່ຖະໜົນດອກໄມ້ ຫງວຽນເຫ້ວ ແລະ ງານບຸນຖະໜົນ ປຶ້ມອ່ານ ທີ່ນະຄອນໂຮ່ຈິມິນໄດ້ຖືກໄຂຂື້ນຢ່າງຟົດຟື້ນມ່ວນຊື່ນ. ປີນີ້ເປັນຂີດໝາຍການສະເຫຼີມສະຫຼອງ 10 ປີແຫ່ງວັນຈັດຕັ້ງເຫດການຖະໜົນດອກໄມ້ ຫງວຽນເຫ້ວ. ດ້ວຍຫົວເລື່ອງ “ ໝາກຫົວໃຈຫວຽດນາມ” ຖະໜົນດອກໄມ້ປີນີ້ມີຈຸດເປັນເອກະລັກສະເພາະຫຼາຍຢ່າງ ແນໃສ່ສົ່ງສານແຫ່ງຄວາມສາມັກຄີ, ເຊີດຊູມູນເຊື້ອອົງອາດກ້າແກ່ນຂອງຊາດຫວຽດນາມ, ພ້ອມກັນນັ້ນ ກໍວາດພາບເຖິງທິວທັດທຳມະຊາດ, ຄວາມງາມດ້ານວັດທະນະທຳ ແລະ ຊາວຫວຽດນາມຢູ່ທຸກ ແຖບຖິ່ນຂອງ ປະເທດຊາດ. ທ່ານ ເລຮ່ວາງກວນ ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນໃຫ້ຮູ້ວ່າ :
“ 10 ປີຜ່ານມາ, ຖະໜົນດອກໄມ້ ຫງວຽນເຫ້ວໄດ້ກາຍເປັນຈຸດວັດທະນະທຳລວມຂອງນະຄອນ. ຖະໜົນດອກໄມ້ ແມ່ນການສະແດງນ້ຳໃຈຂອງຊາວ ນະຄອນທີ່ມີຕໍ່ປະຊາຊົນໃນທົ່ວປະເທດ ກໍຄືຊາວຫວຽດນາມອາໄສຢູ່ຕ່າງປະເທດ. ປີນີ້, ຖະໜົນດອກໄມ້ມີຄວາມໝາຍວ່າ ທ່ວງທ່າຂອງປະເທດຊາດ ແລະ ຈິດໃຈຂອງປະຊາຊົນ. ມັນຍັງເປັນສະແດງໃຫ້ເຫັນຄວາມເຊື່ອໝັ້ນຕໍ່ພັກ ແລະ ລັດ ແລະ ຢືນຢັນຄວາມມານນະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກການ ທົດສອບນາໆປະການຂອງຊາວນະຄອນ ”
ພ້ອມກັບເຫດການຖະໜົນດອກໄມ້ ຫງວຽນເຫ້ວ, ງານບຸນຖະໜົນ ປຶ້ມອ່ານລະດູບານໃໝ່ປີມະເສງ 2013 ກໍໄດ້ຖືກໄຂຂຶ້ນເພື່ອຮັບໃຊ້ຜູ້ອ່ານ ໄປທ່ຽວຫຼິ້ນຍາມລະດູບານໃໝ່. ແລະ ກໍໃນຕອນຄ່ຳຂອງວັນດຽວກັນ, ງານບຸນດອກໄມ້ກໍໄດ້ຈັດຂຶ້ນຢູ່ ດານັ້ງ, ເຫ້ວ, ແລະ ທ້ອງຖິ່ນອື່ນໆຂອງປະເທດຊາດ.