ບັນດາປະເທດຄວນເຄົາລົບກົດໝາຍສາກົນຢູ່ທະເລຕາເວັນອອກ
ກອງປະຊຸມສາກົນກ່ຽວກັບທະເລຕາເວັນອອກຄັ້ງທີ 3
photo:TTXVN
|
(vovworld)- ດ້ວຍຫົວເລື່ອງວ່າ:“ຊຸກຍູ້ການນຳໃຊ້ທະເລຕາເວັນອອກແບບຍືນຍົງໃນສະພາບການຫັນປ່ຽນທີ່ຕັ້ງຍຸດທະສາດໃນພາກພື້ນ”, ກອງປະຊຸມສາກົນກ່ຽວກັບທະເລຕາເວັນອອກຄັ້ງທີ 3 ດຳເນີນໄປໃນວັນທີ 2-3/9 ຢູ່ ນະຄອນຫລວງ ກົວລາລຳເປີ, ປະເທດມາເລເຊຍ. ທີ່ກອງປະຊຸມ, ທ່ານ Zulkifli Adnan, ຫົວຫນ້າກົມທະເລ ສັງກັດກະຊວງການຕ່າງປະເທດ ມາເລເຊຍ ເນັ້ນຫນັກເຖິງຄວາມສຳຄັນກ່ຽວກັບດ້ານການຄ້າ, ການເດີນທະເລ, ຊັບພະຍາກອນ ແລະ ສິ່ງແວດລ້ອມຂອງທະເລຕາເວັນອອກ, ເຕື້ອງເຖິງບັນດາປັດໄຈຍຸດທະສາດ ມີການກະທົບເຖິງບັນຫາທະເລຕາເວັນອອກ ແລະ ສະພາບການທະເລຕາເວັນອອກເວົ້າລວມ. ຕາມທ່ານແລ້ວ, ເລື່ອງ ອາຊຽນ ແລະ ຈີນ ເຫັນດີ ສຳເລັດການເຈລະຈາປະມວນຂໍ້ກຳນົດການປະພຶດຢູ່ທະເລຕາເວັນອອກ (COC) ໂດຍໄວ ແມ່ນສັນຍານອັນຕັ້ງຫນ້າ, ອາຊຽນ ແລະ ຈີນ ຄວນຮັກສາທ່າຕັ້ງຫນ້ານີ້. ທ່ານ ຫງວຽນຮຸ່ງເຊີນ, ຮອງຫົວຫນ້າສະຖາບັນຄົ້ນຄ້ວາຍຸດທະສາດການທູດ, ຫົວຫນ້າຄະນະຜູ້ແທນຫວຽດນາມເຂົ້າຮ່ວມກອງປະຊຸມໃຫ້ຮູ້ວ່າ: ຄະນະຜູ້ແທນຫວຽດນາມ ໄດ້ປະກອບທັດສະນະຂອງຫວຽດນາມ ກ່ຽວກັບບັນຫາຄວບຄຸມສະພາບການທະເລຕາເວັນອອກໃຫ້ດີກວ່າ, ຍົກອອກບັນດາຂໍ້ສະເຫນີແນະລະອຽດ ເພື່ອໃຫ້ບັນດາຝ່າຍເພີ່ມທະວີການເຄົາລົບກົດໝາຍສາກົນໃນໄລຍະຈະມາເຖິງ, ສ້າງຄວາມໄວ້ເນື້ອເຊ່ືອໃຈຍຸດທະສາດສຳລັບທຸກຝ່າຍໃນພາກພື້ນ ແລະ ເພີ່ມທະວີການຮ່ວມມືເພື່ອພ້ອມກັນຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກຜ່ານບັນດາຂໍ້ລິເລີ່ມລະອຽດ.