ບັນດາເຂດພາກກາງ, ໄຕງວຽນ ເພີ່ມທະວີການເຄື່ອນໄຫວສົ່ງເສີມການລົງທຶນ

ບັນດາເຂດພາກກາງ, ໄຕງວຽນ ເພີ່ມທະວີການເຄື່ອນໄຫວສົ່ງເສີມການລົງທຶນ - ảnh 1
ເຂດທ່ອງທ່ຽວແຫ່ງໜຶ່ງຢູ່ ຟູ໋ອຽນ
(ພາບປະກອບ)

(vovworld) – ວັນ​ທີ 22/4, ຜູ້ຕາງໜ້າ​ການ​ນຳ​ແຂວງ ຟູ໋ອຽນ ​ແລະ ບັນດາ​ແຂວງ ບິ່ນ​ດິ້ງ, ​ແຄ໋ງຮ່ວາ, ນິນ​ຖ້ວນ, ບິ່ນ​ຖ້ວນ, ດັກ​ລັກ, ​ເລີມ​ດົ່ງ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ກຸ່ມ​ບັນດາຫົວໜ​້າ​ອົງການ​ຕາງໜ້າ ຫວຽດນາມ ຢູ່​ຕ່າງປະ​ເທດ​ອາຍຸ​ການ 2013 – 2016. ທີ່​ການ​ເຮັດ​ວຽກ, ຜູ້​ຕາງໜ້າ​ການ​ນຳ​ຂອງ 7 ​ແຂວງ ​ແລະ ສະມາຊິກ​ຂອງ​ບັນດາອົງການ​ຕາງໜ້າ ຫວຽດນາມ ຢູ່​ຕ່າງປະ​ເທດ ພ້ອມ​ກັບ​ 60 ວິ​ສາ​ຫະກິດ​ຂອງ ​ແຂວງ ບິ່ນ​ດິ້ງ ​ແລະ ຟູ໋ອຽນ ​ໄດ້​ປຶກສາ​ຫາລື ກ່ຽວ​ກັບ​ບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ​, ​ທ່າ​ແຮງ​ຂອງ​ພາກ​ພື້ນສຳລັບ​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ. ຕາມ​ຄຳ​ເຫັນ​ຂອງ​ເອກ​ອັກ​ຄະ​ລັດຖະທູ​ດ​ເກືອບ​ທັງ​ໝົດ, ​ເພື່ອ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ດຶງ​ດູ​ດບັນດາ​ນັກ​ລົງທຶນ, ບັນດາ​ແຂວງ​ພາກ​ກາງ, ​ໄຕ​ງວຽນ ຄວນ​ເພີ່ມ​ທະວີ​ວຽກ​ງານ​ໂຄສະນາ​ເຜີຍ​ແຜ່, ປະຕິ​ຮູບ​ລະບຽບ​ການ​ບໍລິຫານ. ບັນດາ​​ເອກ​ອັກ​ຄະ​ລັດຖະທູ​ດສະ​ເໜີ​ໃຫ້ການ​ນຳ​ບັນດາ​ແຂວງ​ພາກ​ກາງ, ​ໄຕ​ງວຽນ​ຄວນ​ສະໜອງ​ຂໍ້​ມູນ​ຂ່າວສານ​ໃຫ້​ບັນດາ​ອົງການ​ຕາງໜ້າ​ຂອງ ຫວຽດນາມ ຢູ່​ຕ່າງປະ​ເທດ​ເປັນ​ປະຈຳ, ສ້າງ​ເງື່ອນ​ໄຂ​ອຳ​ນວນ​ຄວາມ​ສະດວກ​ຊ່ວຍ​ໃຫ້​ບັນດາອົງການ​ຕາງໜ້າ​ຢູ່​ຕ່າງປະ​ເທດ ​ໂຄສະນາ​ເຜີຍ​ແຜ່​ບັນດາ​ການ​ເຄື່ອນ​ໄຫວ​ຮຽກຮ້ອງ​ການ​ລົງທຶນ.

ຂ່າວ/ບົດ​ອື່ນ