ບັນຫາ Brexit: ອັງກິດ ຈະບໍ່ຊຳລະເງິນໃນໃບບິນ 39 ຕື້ປອນໃຫ້ ອີຢູ

(VOVWORLD) - ວັນທີ 25 ສິງຫາ, ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ຢືນຢັນວ່າ ອັງກິດ ຈະບໍ່ຊຳລະເງິນທັງໝົດໃນໃບບິນ 39 ຕື້ປອນໃຫ້ສະຫະພາບ ເອີຣົບ (ອີຢູ) ຖ້າຫາກ ອັງກິດ ຖອນຕົວອອກຈາກ ອີຢູ ໂດຍບໍ່ມີຂໍ້ຕົກລົງໃນວັນທີ 31 ຕຸລາ ຈະມາເຖິງ,

 ໃນຂະນະນັ້ນ ວົງການເຈົ້າໜ້າທີ່ ອີຢູ ໃຫ້ຮູ້ວ່າ: ລ້ວນແຕ່ຊັ່ງຊາກໍລະນີ ອັງກິດ ຍົກອອກມາດຕະການແກ້ໄຂກສຍປ່ຽນແປງອື່ນໆໃຫ້ແກ່ບັນຫາຊາຍແດນ ອຽກລັງ ທັງໝົດ.

ບັນຫາ Brexit: ອັງກິດ ຈະບໍ່ຊຳລະເງິນໃນໃບບິນ 39 ຕື້ປອນໃຫ້ ອີຢູ - ảnh 1ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ພາບ: AFP/TTXVN

        ມາຮອດປັດຈຸບັນ, ຝ່າຍ ອີຢູ ຍັງປະຕິເສດບັນດາຂໍ້ສະເໜີຂອງ ອັງກິດ ທີ່ກ່ຽວຂ້ອງເຖິງເລື່ອງ ລອນດອນ ຈະຊຳລະສ່ວນໜຶ່ງ ຫຼື ທັງໝົດ 39 ຕື້ປອນໃນ “ໃບບິນຝ່າຍດຽວ”. ຕາມ ບຣຸກແຊນ ແລ້ວ, ລອນດອນ ຕ້ອງຊຳລະເງິນ 39 ຕື້ປອນຢ່າງຄົບຖ້ວນ ເຖິງວ່າຈະຖອນຕົວອອກຈາກ ອີຢູ ໂດຍບໍ່ມີຂໍ້ຕົກລົງຫຼືບໍ່, ຍ້ອນວ່າ ນີ້ແມ່ນຄຳໝັ້ນສັນຍາດ້ານການເງິນ ເຊິ່ງ ອັງກິດ ຕ້ອງປະຕິບັດ.

ຕອບກັບ

ຂ່າວ/ບົດ​ອື່ນ