ບັນຫາເສັ້ນຊາຍແດນລະຫວ່າງ ອັງກິດ ແລະ ອຽກລັງກາຍເປັນຮົ້ວກີດຂວາງຕໍ່ Brexit

(VOVWORLD) - ອັງກິດ, ອຽກລັງ ແລະ ສະຫະພາບ ເອີຣົບ (ອີຢູ) ພວມມານະພະຍາຍາມແກ້ໄຂສະພາບບໍ່ມີທາງອອກໃນການເຈລະຈາກ່ຽວກັບເລື່ອງ ອັງກິດ ຖອນອອກຈາກ ອີຢູ (ຫຼືເອີ້ນວ່າ Brexit) 
ບັນຫາເສັ້ນຊາຍແດນລະຫວ່າງ ອັງກິດ ແລະ ອຽກລັງກາຍເປັນຮົ້ວກີດຂວາງຕໍ່ Brexit - ảnh 1 ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ແລະ  ທ່ານນາຍົກລັດຖະມົນຕີ ອຽກລັງ Leo Varadkar (ພາບ: AFP/TTXVN)

ກ່ຽວຂ້ອງເຖິງບັນຫາເສັ້ນຊາຍແດນລະຫວ່າງ ອຽກລັງເໜືອ (ຂຶ້ນກັບ ອັງກິດ) ແລະ ສ.ອຽກລັງ. ນີ້ແມ່ນບັນຫາທີ່ໄດ້ຮັບຖືວ່າ ແມ່ນຮົ້ວກີດຂວາງໜຶ່ງດຽວ ແລະ ໃຫຍ່ສຸດໃນປັດຈຸບັນສຳລັບຂໍ້ຕົກລົງກ່ຽວກັບບັນຫາ Brexit ໃນເດືອນ ທັນວາ ຈະມາເຖິງ.   

        ທ່ານນາຍົກລັດຖະມົນຕີ ອຽກລັງ Leo Varadkar ຢາກໃຫ້ການຮັບປະກັນສຳລັບ ອັງກິດ ຕ້ອງຕິດພັນກັບບັນຫາເສັ້ນຊາຍແດນຮ່ວມ ກ່ອນທີ່ ອັງກິດ ແລະ ອີຢູ ຈະກ້າວເຂົ້າສູ່ການເຈລະຈາກ່ຽວກັບຂໍ້ຕົກລົງການຄ້າ. ອຽກລັງ ຢາກໃຫ້ ອັງກິດ ຮັບປະກັນເສັ້ນຊາຍແດນໄວ້ ຈະບໍ່ໄດ້ສ້າງຕັ້ງຄືນໃໝ່ລະຫວ່າງ ອຽກລັງເໜືອ ແລະ ສ.ອຽກລັງ ຫລັງ Brexit. ອຳນາດການປົກຄອງ ອຽກລັງ ກໍ່ຮຽກຮ້ອງ ອັງກິດ ຂຽນຄຳໝັ້ນສັນຍາສຳລັບອະນາຄົດຂອງບັນດາການພົວພັນດ້ານເສດຖະກິດລະຫວ່າງ ອຽກລັງເໜືອ ແລະ ສ.ອຽກລັງ ຈະຍັງຄົງຮັກສາໄວ້ຄືເກົ່າຄືປະຈຸບັນ. ໃນຂະນະນັ້ນ, ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ໄດ້ປະຕິເສດການຍົກອອກບັນດາຄຳໝັ້ນສັນຍາ ເຊິ່ງ ອຽກລັງ ຮຽກຮ້ອງ. ອັງກິດ ຖືວ່າ: ບໍ່ສາມາດຍົກອອກຄຳ ໝັ້ນໝາຍ ໃນຂະນະທີ່ບໍ່ຮູ້ລາຍລະອຽດຂອງອະນາຄົດການພົວພັນ ອັງກິດ - ອີຢູ ຈະເປັນຄືແນວໃດ.

ຕອບກັບ

ຂ່າວ/ບົດ​ອື່ນ