ບຸນເຕັດ Ramuwan ຂອງຊາວເຜົ່າຈຳ

(VOVWORLD) -ວັນທີ 6 ມິຖຸນາ, ຜູ້ຕາງຫນ້າການນຳແຂວງ ບີງທ້ວນ ພ້ອມກັບບັນດາຄະນະ, ຂະແຫນງການ ແລະ ທ້ອງຖິ່ນ ໄດ້ລົງຢ້ຽມຢາມ ແລະ ອວຍພອນບຸນເຕັດ Ramuvan ປີ 2017 ຂອງຊາວເຜົ່າຈຳ ເຊື່ອຖືສາສະຫນາອິດສະລາມຢູ່ໃນບໍລິເວນແຂວງ. 
ບຸນເຕັດ Ramuwan ຂອງຊາວເຜົ່າຈຳ - ảnh 1ການນຳແຂວງບີງທ້ວນອວຍພອນບຸນເຕັດ Ramuvan

ບັນດາການນຳແຂວງ ໄດ້ຕີລາຄາສູງຈິດໃຈສະຫນິດຕິດພັນ, ສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດຢ່າງໝັ້ນແກ່ນຂອງຊາວເຜົ່າຈຳທີ່ເຊື່ອຖືສາສະຫນາອິດສະລາມ ກັບປະຊາຊົນເຜົ່າອື່ນຢູ່ບໍລິເວນແຂວງ. ຜູ້ຕາງຫນ້າຊາວເຜົ່າ ຈຳ, ຍົດຖາບັນດາສັກ ໄດ້ຂອບອົກຂອບໃຈຕໍ່ຄວາມເອົາໃຈໃສ່ຈາກການນຳແຂວງທີ່ໄດ້ສ້າງເງື່ອນໄຂສະດວກເພື່ອໃຫ້ປະຊາຊົນຕ້ອນຮັບບຸນເຕັດຢ່າງອົບອຸ່ນ, ມີຄວາມເບີກບານມ່ວນຊື່ນ ແລະ ປະຢັດ. ຍົດຖາບັນດາສັກ ປາດຖະຫນາຢາກການນຳແຂວງ ສືບຕໍ່ເອົາໃຈໃສ່, ຫນູນຊ່ວຍກວ່າອີກເພື່ອໃຫ້ປະຊາຊົນ ມີເງື່ອນໄຂພັດທະນາເສດຖະກິດ, ບືນຕົວຂຶ້ນສ້າງຄວາມຮັ່ງມີ. ເນື່ອງໃນໂອກາດນີ້, ການນຳແຂວງ ບີງທ້ວນ ກໍ່ໄດ້ມອບຂອງຂວັນ, ຢື້ຢາມຖາມຂ່າວ ແລະ ອວຍພອນບຸນເຕັດ ຍົດຖາບັນດາສັກ ທີ່ພວມປະຕິບັດເດືອນກິນເຈ ຢູ່ ບັນດາວັດວາອາຮາມໃນບໍລິເວນແຂວງ.

ຕອບກັບ

ຂ່າວ/ບົດ​ອື່ນ