ປຶກສາຫາລືມາດຕະຖານແລະໂຄງປະກອບຄະນະບໍລິຫານງານສູນກາງຊຸດທີ12

ປຶກສາຫາລືມາດຕະຖານແລະໂຄງປະກອບຄະນະບໍລິຫານງານສູນກາງຊຸດທີ12 - ảnh 1
(ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ​ຂອງ​ພັກ)

(vovworld) - ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ​ຂອງ​ພັກ: ປຶກສາ​ຫາລື​ກ່ຽວ​ກັບ​ມາດຕະຖານ​ແລະ​ໂຄງ​ປະກອບ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ຊຸດ​ທີ 12. ນັ້ນແມ່ນ​ເນື້ອ​ໃນການ​ເຮັດ​ວຽກ​ໃນ​ວັນ​ທີ 24/1 ຂອງກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ​ພັກກອມ​ມູນິດ​ຫວຽດນາມ. ບັນດາ​ຜູ້​ແທນໄດ້​ຄົ້ນ​ຄ້ວາບັນຊີ​ລາຍ​ຊື່ຜູ້​ໄດ້​ຮັບສະ​ເໜີ​ອອກເລືອກ​ຕັ້ງ​​ເຂົ້າຄະນະບໍລິຫານງານສູນກາງຊຸດທີ 12, ທັງສົມບຸນ ແລະ ສຳຮອງ, ໂດຍຄະນະບໍລິຫານງານສູນກາງຊຸດທີ 11 ກະກຽມ. ຫຼັງຈາກນັ້ນແມ່ນຈົດບັດ​ຜູ້ອອກ​ສະໝັກ​ເລືອກ​ຕັ້ງ, ຜູ້​ຮັບສະ​ເໜີ​ອອກ​ເລືອກ​ຕັ້ງ​​ເປັນບຸກຄະລາ​ກອນ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ຊຸດ​ທີ 12 ຕື່ມ​ອີກ. ຄະນະ​ປະທານ​ກອງ​ປະຊຸມ​ໃຫຍ່​ຈະ​ຮັບ​ຟັງ​ບັນດາ​ຫົວໜ້າ​ຄະນະ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ລາຍ​ງານ​ກ່ຽວ​ກັບ​ບັນຊີ​ລາຍ​ຊື່​ຜູ້​ອອກ​ສະໝັກ​ເລືອກ​ຕັ້ງ, ຜູ້​ໄດ້​ຮັບ​ສະ​ເໜີອອກ​ເລືອກ​ຕັ້ງ (​ເພີ່ມ​ເຕີມ) ​ເຂົ້າ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ຊຸດ​ທີ 12.

        ກ່ອນ​ໜ້າ​ນັ້ນ, ຕອນ​ບ່າຍ​ວັນ​ທີ 23/1, ບົນ​ພື້ນຖານ​ບົດ​ລາຍ​ງານ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ຊຸດ​ທີ 11 ກ່ຽວ​ກັບ​ວຽກ​ງານ​ບຸກຄະລາ​ກອນ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ຊຸດ​ທີ 12, ບັນດາ​ຜູ້​ແທນ​ໄດ້​ປຶກສາ​ຫາລື ​ແລະ ລົງ​ມະຕິ​ຮັບຮອງ​ເອົາ​ຈຳນວນ​ກຳມະການ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ຊຸດ​ທີ 12 ​ແມ່ນ 200 ທ່ານ, ​ໃນ​ນັ້ນ​ມີ​ກຳມະການ​ສົມ​ບຸນແມ່ນ 180 ທ່ານ ​ແລະ ກຳມະການ​ສຳຮອງ​ແມ່ນ 20 ທ່ານ.

 

ຂ່າວ/ບົດ​ອື່ນ