ປັບປຸງກົດໝາຍວ່າດ້ວຍການດຳເນີນຄະດີບໍລິຫານເພື່ອຮັບປະກັນພາວະວິໃສ

ປັບປຸງກົດໝາຍວ່າດ້ວຍການດຳເນີນຄະດີບໍລິຫານເພື່ອຮັບປະກັນພາວະວິໃສ - ảnh 1
ກອງປະ​ຊ​ຸມ​ສະ​ໄຫມສະ​ມັນ​ເທື່ອ​ທີ 10 ສະ​ພາ​ແຫ່ງ​ຊາດ
ພາບ:doisongphapluat
(vovworld)-  ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ຄະ​ດີ​ບໍ​ລິ​ຫານ (ສະ​ບັບ​ປັບ​ປຸງ) ແມ່ນ​ເນື້ອ​ໃນ​ຕົ້ນ​ຕໍ ​ໂດຍ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ປຶກ​ສາ​ຫາ​ລື ໃນ​ຕອນ​ເຊົ້າ​ວັນ​ທີ 27/10 ທີ່​ກອງປະ​ຊ​ຸມ​ສະ​ໄຫມສະ​ມັນ​ເທື່ອ​ທີ 10 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ​ຊຸດ​ທີ 13. ການ​ດຳ​ເນີນ​ຄະ​ດີ ບໍ​ລິ​ຫານ ສ່ວນ​ຫລາຍ​ແມ່ນ​ການ​ຮ້ອງ​ຟ້ອງ​ຂອງ​ປະ​ຊາ​ຊົນ ດ້ວຍ​ບັນ​ດາ​​ຄຳ​ຕັດ​ສິນບໍ​ລິ​ຫານ, ການ​ກະ​ທຳ​ບໍ​ລິ​ຫານ​ຂອ​ງ​ບັນ​ດາ​ອົງ​ການ​ສິດ​ອຳ​ນາດ, ສະ​ນັ້ນ ຄວນ​ປ່ຽນ​ແປງ​​ລະ​ບຽບ​ການ​ແກ້​ໄຂ​ບັນ​ດາ​ການ​ຟ້ອງ​ຮ້ອງບໍ​ລິ​ຫານ​ຢູ່​ສານຢ່່າງ​ແຮງ.

ສະ​ມາ​ຊິ​ກ​ສະ​ພາ​ແຫ່ງ​ຊາດ ສ່ວນ​ຫລາຍ​ຖື​ວ່າ: ການ​ປັບ​ປຸງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ຄະ​ດີ​ບໍ​ລິ​ຫານ ຕ້ອງ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ປະ​ຊາ​ຊົນ​ເຂົ້າ​ຮ່ວມ​ການ​ດຳ​ເນີນ​ຄະ​ດີ, ຮັບ​ປະ​ກັນ​ພາ​ວະ​ວິ​ໄສ, ຄວາມ​ສະ​ເຫມີ​ພາບ​ລະ​ຫວ່າງ ພົນ​ລະ​ເມືອງ ແລະ ອົງ​ການ​ສິດ​ອຳ​ນາດ​ຕໍ່​ຫນ້າ​ສານ. ທ່ານ ເຈີນ​ຢູ​ລີກ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ນະ​ຄອນ ໂຮ່​ຈິ​ມີນ ປະ​ກອບ​ຄຳ​ເຫັນ​ວ່າ:

        “ຂ້າ​ພະ​ເຈົ້າ​ຖື​ວ່າ ລະ​ບຽບ​ການ​ດຳ​ເນີນ​ຄະ​ດີ ຕ້ອງ​ຍຸ​ຕິ​ທຳ, ໝາຍ​ຄວາມ​ວ່າ ປະ​ຊາ​ຊົນ ແລະ ລັດ ລ້ວນ​ແຕ່​​ຢູ່ໃນ​ທີ່​ຕັ້ງດ້ານ​ນິ​ຕິ​ກຳ​ເມື່ອ​ດຳ​ເນີນ​ຄະ​ດີ​ຕ້ອງ​ສະ​ເຫມີ​ກັນ. ກົດ​ໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ຄະ​ດີ​ບໍ​ລິ​ຫານ ສະ​ບັບ​ປັບ​ປຸງ​ຄັ້ງນີ້ ຕ້ອງ​ຄົບ​ຊຸດ​ກັບ ກົດ​ໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ຄະ​ດີ​ແພ່ງ ສະ​ບັບ​ປັບ​ປຸງ. ໝາຍ​ຄວາມ​ວ່າ ສານບໍ່​ໄດ້​ປະ​ຕິ​ເສດ​ການ​ຟ້ອງ​ຮອງ​ຂອງ​ປະ​ຊາ​ຊົນ​ໃນ​ບັນ​ຫາ​ພິ​ພາກ​ສາ.”

ຂ່າວ/ບົດ​ອື່ນ