ປະກອບສ່ວນພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ປະຊາຊົນຫວຽດນາມ-Ucraine
(ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ
ສະມາຄົມມິດຕະພາບ ຫວຽດນາມ-Ucraine ອາຍຸການທີ 4)
(vovworld) - ວັນທີ 27/9, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມມິດຕະພາບ ຫວຽດນາມ-Ucraine ອາຍຸການທີ 4. ກອງປະຊຸມໃຫຍ່ໄດ້ເລືອກຕັ້ງຄະນະບໍລິຫານງານລວມມີ 33 ທ່ານ. ທ່ານ ດັ້ງວັນຈ໋ຽນ, ຜູ້ຊ່ວຍປະທານສະພາແຫ່ງຊາດ, ອະດີດຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ຮອງຫົວໜ້າກຳມາທິການກົດໝາຍຂອງສະພາແຫ່ງຊາດເປັນປະທານສະມາຄົມມິດຕະພາບ ຫວຽດນາມ-Ucraine ອາຍຸການ 2014-2019.
ກ່າວຄວາມເຫັນອວຍພອນກອງປະຊຸມໃຫຍ່, ທ່ານນາງຮອງປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ຫງວຽນທິຮ່ວາງເວິນ ຕີລາຄາວ່າ ໃນໄລຍະຜ່ານມາສະມາຄົມມິດຕະພາບ ຫວຽດນາມ-Ucraine ໄດ້ມີການເຄື່ອນໄຫວຫຼາຍຢ່າງ, ປະກອບສ່ວນພັດທະນາການພົວພັນຄູ່ຮ່ວມມື ແລະ ຮ່ວມມືຮອບດ້ານ ຫວຽດນາມ-Ucraine. ທ່ານນາງສະແດງຄວາມປາດຖະໜາວ່າສະມາຄົມມິດຕະພາບ ຫວຽດນາມ-Ucraineອາຍຸການໃໝ່ຈະສືບຕໍ່ພັດທະນາການພົວພັນກັບເພື່ອນມິດ ແລະ ຄູ່ຮ່ວມມືຢູ່ Ucraine, ພິເສດແມ່ນເອົາໃຈໃສ່ເຖິງການຮັກສາ ແລະ ພັດທະນາການພົວພັນກັບປະຊາຄົມຊາວຫວຽດນາມຢູ່ Ucraine, ຖືປະຊາຄົມແມ່ນຂົວຕໍ່ທີ່ສຳຄັນໃນການພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ ຫວຽດນາມ-Ucraine.