ປະກາດລັດຖະບັດຍັດບຸລິມະສິດໃຫ້ແກ່ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ

ປະກາດລັດຖະບັດຍັດບຸລິມະສິດໃຫ້ແກ່ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ - ảnh 1
ມອບຂອງຂວັນໃຫ້ແກ່ທະຫານເສຍອົງຄະ
ພາບ:TTXVN


(vovworld) - ຕອນ​ເຊົ້າ​ວັນ​ທີ 26/7, ຫ້ອງ​ວ່າການ​ປະທານ​ປະ​ເທດ​ໄດ້​ຈັດການ​ປະຊຸມ​ຂ່າວ​ກ່ຽວ​ກັບ​ຄຳ​ສັ່ງ​ຂອງ​ປະທານ​ປະ​ເທດ​ປະກາດ​ລັດຖະບັນຍັດສະບັບ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ລັດຖະບັນຍັດ​ບຸລິມະສິດ​ໃຫ້​ແກ່​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ. ລັດຖະບັນຍັດ​ສະບັບ​ນີ້​ຫາ​ກໍ່​ໄດ້​ຮັບຮອງ​ເອົາ​ຈາກ​ຄະນະ​ປະ​ຈຳ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ​ແລະ ມີ​ຜົນ​ສັກສິດ​ປະຕິບັດ​ນັບ​ແຕ່​ວັນ​ທີ 1/9/2012 ​ເປັນ​ຕົ້ນ​ໄປ. ຕາມ​ລັດຖະບັນຍັດ​ສະບັບ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ລັດຖະບັນຍັດ

ບຸລິມະສິດ​ໃຫ້​ແກ່​ຜູ້​ມີ​ຄຸນງາມຄວາມ​ດີ, ຜູ້​​ເຄື່ອນ​ໄຫວ​ປະຕິວັດ ຫລື ​ເຂົ້າ​ຮ່ວມ​ການ​ຕໍ່ຕ້ານ​ຖືກ​ສັດຕູ​ຈັບ​ ກ່ອນ​ນີ້​ເຂົາ​ເຈົ້າ​ໄດ້​ຮັບ​ເງິນ​ອຸດ​ຫນູນ​ເປັນ​ເທື່ອ​ຫນຶ່ງ, ປະຈຸ​ບັນ ​ໄດ້​ຮັບ​ເງິນ​ອຸດ​ຫນູນ​​ໃນປະຈຳ​ເດືອນ ​ແລະ ​ໄດ້​ຮັບ​ການ​ເບິ່ງ​ແຍງ​ດູ​ແລ​ສຸຂະພາບ, ສຶກສາ ບຳລຸງ​ສ້າງ, ສອນ​ວິຊາ​ຊີບ, ຊ່ວຍ​ເຫລືອ​ດ້ານ​ເຮືອນ​ຢູ່, ສ້າງ​ວຽ​ກ​ເຮັດ​ງານ​ທຳ, ຍົກ​ເວັ້ນ, ຫລຸດຜ່ອນ​ອາກອນ, ກຸູ້ຢືມ​ທຶນ, ​ເຊົ່າ​ທີ່​ດິນ​ເພື່ອ​ພັດທະນາ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ. ລັດຖະບັນຍັດ​ສະບັບ​ດັ່ງກ່າວ​ຍັງ​ເປີດ​ກວ້າງ​ການ​ສະຫນອງ​ປະກັນ​ໄພ​ສຸຂະພາບ​ສຳລັບ​ຍາດຕິ​ພິ່ນ້ອງ​ຜູ້​ມີ​ຄຸນງາມຄວາມດີ.

 

ຂ່າວ/ບົດ​ອື່ນ