ປະກາດໝາກຜົນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີXIIຂອງພັກກອມມູນິດຫວຽດນາມ

ປະກາດໝາກຜົນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີXIIຂອງພັກກອມມູນິດຫວຽດນາມ - ảnh 1
ທ່ານ ຮ່​ວາງ​ບິ່ງກວນ, ກຳ​ມະ​ການ​ສູນ​ກາງ​ພັກ,
 ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ
(ພາບ​ປະ​ກອບ: TTXVN)


(vovworld) –​ ຕອນ​ບ່າຍ​ວັນ​ທີ 28/01, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ ໄດ້​ຈັດ​ການ​​ປະ​ກາດ​ໝາກ​ຜົນ​ກອງ​ປະ​ຊຸ​ມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XII ຂອງ​ພັກ​ກອ​ມ​ມູ​ນິດ​ຫວຽດ​ນາມ ໃຫ້​ຄະ​ນະ​ທຸ​ຕາ​ນຸ​ທູດ​ແລະ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ປະ​ຈຳ​ຫວຽດ​ນາມ. ຢູ່​ທີ່ນີ້, ທ່ານ ຮ່​ວາງ​ບິ່ງກວນ, ກຳ​ມະ​ການ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ ໄດ້​ແຈ​້ງ​ໃຫ້​ຊາບ​ວ່າ, ພາຍ​ຫຼັງ​ເຮັດ​ວຽກ​ຢ່າງ​ຮີບ​ດ່ວນ, ເຂັ້ມ​ງວດ, ມີ​ຄວາມ​ຮັບ​ຜິ​ດ​ຊອບ ມາ​ເປັນ​ເວ​ລາ 9 ວັນ​, ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XII ຂອງ​ພັກ​ກອ​ມ​ມູ​ນິດ​ຫວຽດ​ນາມ ໄດ້​ບ​ັນ​ລຸ​ຜົນ​ສຳ​ເລັດ​ຢ່າງ​ຈ​ົບ​ງ​າ​ມ, ສຳ​ເລັດ​ບັນ​ດາ​ຄາ​ດ​ໝາຍ ແລະ ລາຍ​ການ​ທີ່​ໄດ້​ວາງ​ອອກ. ບັນ​ດາ​ຜູ້​ແທນ​ເຂ​ົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່​ໄດ້​ປຶກ​ສາ​ຫາ​ລື​ຢ່າງ​ມີ​ປະ​ຊາ​ທິ​ປະ​ໄຕ, ເເຫັນ​ດີ​ເປັນ​ເ​ອ​ກະ​ພາບ​ຮັບ​ຮອງ​ເ​ອົາ​ບັນ​ດາ​ເອ​ກະ​ສານ​ສຳ​ຄັນ, ວາງ​ອອກ 6 ໜ້າ​ທີ່​ຈຸດ​ສຸ​ມ ແລະ ກຳ​ນົດ​ບັນ​ດາ​ຕົວ​ເລກ​ຄາດ​ໝາຍ​ຕົ້ນ​ຕ​ໍ່​ເພື່ອ​ກຳ​ນົດ​ທິດ​ໃຫ້​ແກ່​ການ​ພັດ​ທະ​ນາ​ປະ​ເທດ​ຊາດ ໃນ​ໄລ​ຍະ​ຈະ​ມາ​ເຖິງ. ກ່ຽວ​ກັບ​ການ​ພັ​ດທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​. ກອງ​ປະ​ຊຸມ​ໃຫຍ່​ມີ​ແຜນ​ນະ​ໂຍ​ບາຍ ທັງ​ບັນ​ລຸ​ລະ​ດັບ​ເຕີມ​ໂຕ​ໃຫ້​ສູງກວ່າ, ທັງ​ເ​ອົາ​ໃຈ​ໃສ່​ເຖິ​ງ​ຄຸນ​ນະ​ພາບ​ການ​ເຕີບ​ໂຕ ຕິດ​ພັນ​ກັບ​ຄາດ​ໝາຍ​ພັດ​ທະ​ນາ​ແບບ​ຍື​ນ​ຍົງ, ຍ​ົກ​ສູງ​ສະ​ມັດ​ຕະ​ພາບ​ແຮງ​ງານ, ເສີມ​ຂະ​ຫຍາຍ​ບົດ​ບ​າດ​ຂອງ​ຕະ​ຫຼາດ ແລະ ບັນ​ດາ​ພາກ​ສ່ວນ​ເສດ​ຖະ​ກິດ, ໃນ​ນັ້ນ​ມີ​ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ, ບົດ​ບາດ​ຂອງວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ ແລະ ປັດ​ໃຈ​ມະ​ນຸດ, ພ້ອມ​ທັງ​ຍູ້​ແຮງ​ການ​ເຊື່ອມ​ຍົງ​ເສດ​ຖະ​ກິດ​ສາ​ກົນ. ກ່ຽວ​ກັບ​ດ້ານ​ການ​ເມືອງ, ກອງ​ປະ​ຊຸມ​ໃຫຍ່​ໄ​ດ​້​ເນັ້ນ​ໜັກ​ເຖິງ​ໜ້າ​ທີ່ກໍ່​ສ້າງ​ພັກ​ໃຫ້ປອດ​ໄສ, ​ໝັ້​ນ​ຄົງເຂັ້ມ​ແຂງ, ຍູ້​ແຮງວຽກ​ງານ​ປ້ອງ​ກັນ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ການ​ຟູມ​ເ​ຟືອຍ, ສືບ​ຕໍ່​ເສີມ​ຂະ​ຫຍ​າຍ​ປະ​ຊາ​ທິ​ປະ​ໄຕ​ໃນ​ສັງ​ຄົມ ແລະ ຮັບ​ປະ​ກັນ​ສິດ​ຂອງ​ມະ​ນ​ຸດ ຕິດ​ພັນ​ກັບ​ການ​ສ້າງ​ລັດ​ແຫ່ງ​ອຳ​ນາດ​ນິ​ຕິ​ບັດ​ຍັດ​ສັງ​ຄົມ​ນິ​ຍົມ​ໃຫ້​ສົມ​ບູນ​ແບບ, ຕາມ​ຈິດ​ໃຈ​ລັດ​ຖະ​ທຳ​ມະ​ນູນ​ປີ 2013. ກ່ຽວ​ກັບ​ຂົງ​ເຂດ​ພົວ​ພັນ​ຕ່າງ​ປະ​ເທດ, ກອງ​ປະ​ຊຸມ​ໃຫຍ່​ມີ​ແຜນ​ນະ​ໂຍ​ບາຍ​ສືບ​ຕໍ່​ປະ​ຕິ​ບັດ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ, ສັນ​ຕິ​ພາບ, ຮ່ວມ​ມື ແລະ ພັດ​ທະ​ນາ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ; ຫັນ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ ແລະ ຫຼາຍ​ຝ່າຍ ໃນ​ການ​ພົວ​ພັນ​ທາງ​ການ​ທູດ; ເປັນ​ເຈົ້າ​ການ ແລະ ຕັ້ງ​ໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ; ເປັນ​ເພື່ອນ​ມິດ, ເປັນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ​ເປັນ​ສະ​ມາ​ຊິກ​ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ປະ​ຊາ​ຄົມ​ສາ​ກົນ; ຍົກ​ສ​ູງ​ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫວ​ພົວ​ພັນ​ຕ່າງ​ປະ​ເທດ, ສືບ​ຕໍ່​ນຳ​ບັນ​ດາ​ການ​ພົວ​ພັນ​ຮ່ວມ​ມື​ໃຫ້​ກ້າວເຂົ້າ​ສູ່​ລວງ​ເລິກ.

ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ ຮ່ວາງ​ບິ່ງ​ກວນ ​ໄດ້​ແຈ້ງ​ຜົນ​ຂອງ​ການ​ເລືອກ​ຕັ້ງ​ບັນດາ​ອົງການ​ນຳພາ​ຊຸດ​ທີ 12 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ​ໃຫ້​ຮູ້​ວ່າ​ ວິວັດ​ແຫ່ງ​ການສະ​ເໜີ​ອອກ​ຮັບ​ເລືອກ​ຕັ້ງ ​ແລະ ​ເລືອກ​ຕັ້ງ​ທີ່​ກອງ​ປະຊຸມ​ໃຫຍ່​ໄດ້​ຮັບ​ການ​ດຳ​ເນີນ​ຢ່າງ​ປະຊາທິປະ​ໄຕ, ຄຳ​ຕັດສິນ​ທັງ​ໝົດ​ກ່ຽວ​ກັບລາຍ​ຊື່ຜູ້​​ໄດ້​ຮັບສະ​ເໜີ​ອອກ​​ເລືອກ​ຕັ້ງ, ​ຫຼືໃຫ້​ຖອນ​ອອກ​ຈາກລາຍ​ຊື່ຜູ້​​ໄດ້​ຮັບສະ​ເໜີ​ອອກ​​ເລືອກ​ຕັ້ງ ​ແລະ ການເລືອກ​ຕັ້ງ​ບັນດາ​ອົງການ​ນຳພາ​ລ້ວນ​ແຕ່​ໄດ້​ຮັບ​ການ​ດຳ​ເນີນ​ດ້ວຍ​ຮູບ​ການ​ປ່ອນ​ບັດ​ຢ່າງ​ປິດ​ລັບ.

ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ ຮ່ວາງ​ບິງ​ກວນ ກໍ່​ຂອບ​ອົກ​ຂອບ​ໃຈ​ຄວາມ​ເອົາ​ໃຈ​ໃສ່, ການ​ສະໜັບສະໜູນ​ຂອງ ພັກ, ອົງການ​ຈັດ​ຕັ້ງ ​ແລະ ​ເພື່ອນ​ມິດສາ​ກົນ​ທີ່​ມີ​ຕໍ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ; ພ້ອມ​ທັງ​ຢືນຢັນ​ວ່າ ຈົດໝາຍ ​ແລະ ສານ​ອວຍພອນ 248 ສະບັບຈາກຕ່າງປະ​ເທດນັ້ນ ​ແມ່ນ​ແຫຼ່ງລະດົມ​ກຳລັງ​ໃຈ​ອັນ​ໃຫຍ່​ຫຼວງ​ແກ່​ກອງ​ປະຊຸມ​ໃຫຍ່, ທັງ​ແມ່ນ​ປະກົດ​ການ​ທີ່​ມີ​ຊີວິດ​ຊີວາ​ຂອງ​ສາຍ​ພົວພັນ​ທີ່​ນັບ​ມື້​ນັບ​ເລິກ​ເຊິ່ງລະຫວ່າງ​ພັກ​ກອມ​ມູນິດ ຫວຽດນາມ ກັບ​ບັນດາ​ພັກ​ການ​ເມືອງ, ອົງການ​ຈັດ​ຕັ້ງ ​ແລະ ​ເພື່ອນ​ມິດສາ​ກົນ.

ຂ່າວ/ບົດ​ອື່ນ