ປະຊາຄົມເສດຖະກິດອາຊີ-ເອີລົບເພີ່ມທະວີການເຊື່ອມໂຍງເຂົ້າກັບພາກພື້ນ

ປະຊາຄົມເສດຖະກິດອາຊີ-ເອີລົບເພີ່ມທະວີການເຊື່ອມໂຍງເຂົ້າກັບພາກພື້ນ - ảnh 1
(ພາບປະກອບ)

Vovworld-  “ ອະນາຄົດຂອງວິວັດທະນາການເຊື່ອມໂຍງໃນສະພາບແວດລ້ອມ ປະຊາຄົມບັນດາປະເທດເອກະລາດ ( SNG) ”, ນັ້ນ​ແມ່ນ​ຫົວ​ເລື່ອງ​ຕົ້ນ​ຕໍ່​ຂອງ​ກອງປະຊຸ​ມສຸດ​ຍອດ​ປະຊາ​ຄົມ​ເສດຖະກິດ​ອາຊີ-​ເອີ​ລົບ​ຊຶ່ງ​ຖືກ​ໄຂ​ຂຶ້ນ​ໃນ​ວັນ​ທີ 19/3 ຢູ່​ມົດ​ສ​ກູ​ ໂດຍ​ພາຍ​ໄຕ້​ການ​ເປັນ​ປະທານ​ຂອງ​ປະທານາທິບໍດີ​ລັດ​ເຊຍ Medvedev. ຄາດ​ວ່າ ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ຄັ້ງ​ນີ້, ການ​ນຳ​ບັນດາ​ປະ​ເທດ​ພາຄີ ປະຊາ​ຄົມ​ເສດຖະກິດ​ອາຊີ-​ເອີ​ລົບຈະ​ຮັບຮອງ​ເອົາ​ຂໍ້​ຕົກລົງ​ກ່ຽວ​ກັບ​ບັນດາ​ຫຼັກການ​ອັນ​ເປັນ​ພື້ນຖານຂອງ​ຮ່າງ​ສົນທິສັນຍາກຳນົດ​ການ​ປະຕິ​ຮູບ ປະຊາ​ຄົມ​ເສດຖະກິດ​ອາຊີ-​ເອີ​ລົບ​ໃຫ້​ກາຍ​ເປັນ​ອົງການ​ຮ່ວມ​ສຳພັນ​ໃໝ່. ກອງ​ປະຊຸມ​ຍັງ​ປຶກສາ​ຫາລື​ບັນດາ​ແງ່​ມຸມ​ທີ່​ສຳຄັນອື່ນໆຂອງ​ວິວັດທະນາ​ການ​ສືບ​ຕໍ່​ເຊື່ອມ​ໂຍງ, ​ໃນ​ນັ້ນ​ເປັນ​ເອກະ​ພາບ​ກັນ​ໃນ​ການກວດ​ໜັງສືຜ່ານ​ແດນ-ວິຊາ​ຢູ່​ບັນດາ​ປະ​ເທດ​ພາຄີ​ສະມາຊິກ​ພັນທະ​ພາບ​ພາສີ​ແນ​ໃສ່​ຮັບປະກັນ​ໃຫ້​ປະຊາຊົນ​ບັນດາ​ປະ​ເທດ​ສະມາຊິກ​ໄດ້​ໄປມາ​ຢ່າງ​ເສລີຢູ່​ດິນ​ແດນປະ​ເທດ​ເຫຼົ່າ​ນັ້ນ. ລັດ​ເຊຍ​ເຊື່ອ​ໝັ້ນ​ວ່າ​ບັນດາ​ຂໍ້​ຕົກລົງ​ທີ່​ໄດ້​ຮັບ​ການຮັບຮອງ​ເອົາ​ທີ່​ກອງ​ປະຊຸມ​ຄັ້ງ​ນີ້ ຈະ​ສ້າງ​ກຳ​ລັງຊຸກຍູ້​ໃໝ່​ໃຫ້​ແກ່​ວິວັດທະນາ​ການ​ເຊື່​ອມ​ໂຍງ​ໃນ​ສະພາບ​ແວດ​ລ້ອມ ອາຊີ-​ເອີ​ລົ​ບ.
ຂ່າວ/ບົດ​ອື່ນ