ປະຊາຊົນ ລັດເຊຍ ໄປປ່ອນບັດໃຫ້ອະນາຄົດຂອງປະເທດຊາດ

(VOVWORLD) -  ວັນທີ 01 ກໍລະກົດ, ສະຖານທີ່ປ່ອນບັດໃນທົ່ວປະເທດ ລັດເຊຍ ເກືອບ 100.000 ແຫ່ງ ໄດ້ເປີດປະຕູ ໃຫ້ປະຊາຊົນມາປ່ອນບັດເພື່ອຕັດສິນໃຈ “ເຫັນດີ” ຫຼື “ຄັດຄ້ານ” ກ່ຽວກັບການປັບປຸງລັດຖະທຳມະນູນ. ມີນັກສັງເກດການປະມານ 510.000 ຄົນ.
ປະຊາຊົນ ລັດເຊຍ ໄປປ່ອນບັດໃຫ້ອະນາຄົດຂອງປະເທດຊາດ - ảnh 1 ທ່ານນາຍົກລັດຖະມົນຕີ ລັດເຊຍ  M.Mishustin ໄປປ່ອນບັດ

        ຄະນະກຳມະການເລືອກຕັ້ງສູນກາງ ລັດເຊຍ ໄດ້ຍົກອອກໝາກຜົນການນັບບັດເບື້ອງຕົ້ນວ່າ ມີປະຊາຊົນ ລັດເຊຍ ເກືອບ 73% ໄດ້ເຫັນດີກ່ຽວກັບການປັບປຸງລັດຖະທຳມະນູນ, ເກືອບ 26% ແມ່ນຄັດຄ້ານ.

        ເມື່ອມີໝາກຜົນສຸດທ້າຍແລ້ວ, ຖ້າກົດໝາຍວ່າດ້ວຍການປັບປຸງລັດຖະທຳມະນູນ ໄດ້ຮັບບັດສະໜັບສະໜູນກ່ວາ 50% ນັ້ນ ບັນດາການປັບປຸງກໍ່ຈະມີຜົນສັກສິດໃນວັນເວລາປະກາດ.

 

ຕອບກັບ

ຂ່າວ/ບົດ​ອື່ນ