ປະຕິກິລິຍາຂອງປະເທດ ຕ່າງໆກ່ຽວກັບເລື່ອງ ອີຣານເຂົ້າຮ່ວມກອງ ປະຊຸມເຊີແນວ 2
ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov
(ພາບ:baomoi.com)
(vovworld)- ວັນທີ 20/1, ທ່ານ Sergei Lavrov ລັດຖະມົນຕີການຕ່າງປະເທດລັດເຊຍ ປະກາດວ່າ, ທ່າທີໄຮ້ເຈດຕະນາດີຂອງຝ່າຍຄ້ານຊີຣີ ທີ່ມີຕໍ່ເລື່ອງ ອີຣານ ເຂົ້າຮ່ວມກອງປະຊຸມສັນຕິພາບເຊີແນວ 2 ຊື່ງຄາດວ່າຈະຈັດຂຶ້ນຢູ່ປະເທດສະວິດໃນວັນທີ 22/1 ແມ່ນ “ບໍ່ເໝາະສົມ“. ທ່ານລັດຖະມົນຕີ Sergei Lavrov ຊີ້ແຈງວ່າ: ກ່ວາ 40 ປະເທດໄດ້ຮັບຄຳເຊີນເຂົ້າຮ່ວມກອງປະຊຸມສັນຕິພາບ ເຊີແນວ 2 ເພື່ອປຶກສາຫາລືກ່ຽວກັບບັນດາມາດຕະການຢຸດຕິເສິກກາງເມືອງຢູ່ຊີຣີ ແລະຖ້າຫາກວ່າອີຣານ ບໍ່ເຂົ້າຮ່ວມກອງປະຊຸມຄັ້ງນີ້, ວາລະປະຊຸມຄົບຄະນະຈະປຽບເໝືອນການລະຫຼີ້ນ. ຕາມທ່ານແລ້ວ, ລັດຖະບານຊີຣີ ຕົກລົງຈະເຂົ້າຮ່ວມການເຈລະຈາແຕ່ບໍ່ຍົກອອກເງື່ອນໄຂຕັດສິນຊີ້ຂາດໃດ, ສະນັ້ນ, ບັນດາປະເທດໜູນຊ່ວຍດ້ານການເງິນໂດຍກົງ ແລະ ປະກອບອາວຸດໃຫ້ແກ່ກຳລັງຝ່າຍຄ້ານຢູ່ຊີຣີ ກໍ່ຕ້ອງມີການກະທຳເຊັ່ນດຽວກັນ. ຄວາມໝາຍຂອງການເຈລະຈາຄັ້ງຕ່າງໆນີ້ ແມ່ນຢາກໃຫ້ທຸກໆຝ່າຍປຶກສາຫາລືນຳກັນເພື່ອຊອກຫາມາດຕະການໃຫ້ແກ່ການປະທະກັນຢູ່ຊີຣີ.
ໃນວັນດຽວກັນ, ອີກເທື່ອໜຶ່ງ, ຈີນຮຽກຮ້ອງໃຫ້ທຸກໆຝ່າຍກ່ຽວຂ້ອງເຖິງການປະທະກັນຢູ່ຊີຣີ ຈົ່ງຕັ້ງໜ້າເຂົ້າຮ່ວມກອງປະຊຸມນີ້ ແລະ ໃຫ້ຄຳໝັ້ນສັນຍາປະຕິບັດຖະແຫຼງການເຊີແນວ ຢ່າງຮອບດ້ານ, ດຸ່ນດຽງ ແລະ ມີປະສິດທິຜົນ.
ໃນຂະນະນັ້ນ, ເຈົ້າໜ້າທີ່ຂັ້ນສູງກະຊວງການຕ່າງປະເທດອາເມລິກາ ໃຫ້ຮູ້ວ່າ: ວໍຊິງຕັນ ພວມປຶກສາຫາລືກັບ ສປຊ ກ່ຽວກັບ “ຄຳເຊີນຢ່າງກະທັນຫັນ“ ຂອງທ່ານເລຂາທິການໃຫ່ຍ ສປຊ ບານກີມູນ ທີ່ມີຕໍ່ອີຣານ ແລະ ສະແດງຄວາມຫວັງວ່າ: ສປຊ ຈະຖອນຄືນຄຳເຊີນດັ່ງກ່າວ./.