ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລຫາຍບີ່ງ
(ພາບປະກອບ)
|
(vovworld) – ວັນທີ 7/1, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລຫາຍບີ່ງ ໄດ້ຕອບສຳພາດຕໍ່ນັກຂ່າວກ່ຽວກັບປະຕິກິລະຍາຂອງ ຫວຽດນາມ ທີ່ມີຕໍ່ບັນດາບັນຫາສາກົນພວມໄດ້ຮັບຄວາມສົນໃຈຈາກຫາງສຽງໂລກ.
ກ່ຽວກັບເຫດການວັນທີ 6/1, ສປປ ເກົາຫຼີ ດຳເນີນການທົດລອງນິວເຄຼຍ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລຫາຍບີ່ງ ຢັ້ງຢືນວ່າ: “ຫຼັກໝັ້ນຢ່າງສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນສະໜັບສະໜູນການປອດນິວເຄຼຍໃນແຫຼມເກົາຫຼີ, ສະໜັບສະໜູນການຫ້າມທົດລອງນິວເຄຼຍຮອບດ້ານ, ບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ ແລະ ມຸ່ງໄປເຖິງການປອດອາວຸດປະເພດນີ້. ຫວຽດນາມ ມີຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ເລື່ອງ ສປປ ເກົາຫຼີ ດຳເນີນການທົດລອງນິວເຄຼຍໃນວັນທີ 6/1/2016, ສິ່ງດັ່ງກ່າວໄດ້ລະເມີດບັນດາມະຕິກ່ຽວຂ້ອງຂອງສະພາຄວາມໝັ້ນຄົງ ສປຊ, ເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ, ນາບຂູ່ເຖິງສັນຕິພາບ, ສະຖຽນລະພາບໃນພາກພື້ນ. ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍກ່ຽວຂ້ອງມີການກະທຳແທດຈິງ, ຊຸກຍູ້ສັນຕິພາບ, ສະຖຽນລະພາບໃນແຫຼມ ເກົາຫຼີ”
ກ່ຽວຂ້ອງເຖິງເລື່ອງສະຖານທູດ ອາຣັບບີ ຊາອຸດີ ປະຈຳ ອີຣັກ ຖືກບຸກໂຈມຕີໃນວັນທີ 3/1, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລຫາຍບີ່ງ ຊີ້ແຈ້ງວ່າ: “ພວກຂ້າພະເຈົ້າຢືນຢັນຄວາມຈຳເປັນຂອງການຮັບປະກັນຄວາມປອດໄພຂອງພະນັກງານບັນດາອົງການການທູດ, ສະຖານກົງສູນ ແລະ ສຳນັກງານຂອງບັນດາອົງການນັ້ນ, ແມ່ນເໝາະສົມກັບຂໍ້ກຳນົດຂອງສົນທິສັນຍາວຽນກ່ຽວກັບການພົວພັນທາງການທູດ ແລະ ສົນທິສັນຍາວຽນກ່ຽວກັບການພົວພັນສະຖານກົງສູນ. ກະຊວງການຕ່າງປະເທດ ໄດ້ຊີ້ນຳບັນດາອົງການຕາງໜ້າປະຈຳບັນດາປະເທດກ່ຽວຂ້ອງຕິດຕາມກວດກາສະພາບການ, ສົມທົບກັນຢ່າງແໜ້ນແຟ້ນກັບບັນດາອົງການປ້ອງກັນຄວາມສະຫງົບປະຈຳຖິ່ນ ເພື່ອຮັບປະກັນຄວາມສະຫງົບ, ຄວາມປອດໄພໃຫ້ແກ່ພະນັກງານ, ລັດຖະກອນ ແລະ ສຳນັກງານອົງການຕາງໜ້າກໍ່ຄືພົນລະເມືອງ ຫວຽດນາມ ດຳລົງຊີວິດຢູ່ບັນດາປະເທດນີ້.”