ປະ​ຕິ​ກິ​ລິ​ຍາ​ຢ່າງ​ຕັ້ງ​ໜ້າ​ຂອງວິ​ສາ​ຫະ​ກິດ, ນັກ​ຊ່ຽວ​ຊານ ພາຍຫຼັງ​ການ​ໂອ້​ລົມ​ທາງ​ໂທ​ລ​ະ​ສັບ​ລະ​ຫວ່າງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ​ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

(VOVWORLD) -  ການໂອ້ລົມສົນທະນາທາງໂທລະສັບລະຫວ່າງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໂຕເລິມ ກັບທ່ານປະທານາທິບໍດີ ອາເມລິກາ Donald Trump ກ່ຽວກັບການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ, ກ່ຽວກັບການພົວພັນສອງຝ່າຍ, ໄດ້ດຳເນີນໃນວັນທີ 04 ເມສານັ້ນ ໄດ້ຮັບການຕີລາຄາສູງຈາກວົງການນັກຊ່ຽວຊານດ້ານເສດຖະກິດ ແລະ ພິເສດແມ່ນບັນດາວິສາຫະກິດ, ສະຫະສະມາຄົມຂະແໜງສິນຄ້າ ຫວຽດນາມ. 
ປະ​ຕິ​ກິ​ລິ​ຍາ​ຢ່າງ​ຕັ້ງ​ໜ້າ​ຂອງວິ​ສາ​ຫະ​ກິດ, ນັກ​ຊ່ຽວ​ຊານ ພາຍຫຼັງ​ການ​ໂອ້​ລົມ​ທາງ​ໂທ​ລ​ະ​ສັບ​ລະ​ຫວ່າງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ​ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump - ảnh 1(ພາບປະກອບ: VGP)

ໍທ່ານນາງ ເລຮັ່ງ, ຮອງເລຂາທິການໃຫຍ່ສະຫະສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳ ຫວຽດນາມ (VASEP), ແບ່ງປັນວ່າ:

        “ນີ້ແມ່ນສັນຍານອັນຕັ້ງໜ້າສຳລັບວິສາຫະກິດສິນໃນນ້ຳ ຫວຽດນາມ. ປະຊາຄົມວິສາຫະກິດສິນໃນນ້ຳ ກໍຄືປະຊາຄົມວິສາຫະກິດເວົ້າລວມ. ຂ້າພະເຈົ້າຕີລາຄາສູງຕໍ່ເລື່ອງ ພັກ ແລະ ລັດຖະບານ, ພິເສດແມ່ນການຕັດສິນດຳເນີນການໂອ້ລົມທາງໂທລະສັບຂອງທ່ານເລຂາທິການໃຫຍ່ ໂຕເລິມ. ນີ້ກໍແມ່ນບາດລ້ຽວ, ຫວັງວ່າ ອຳນາດການປົກຄອງ ອາເມລິກາ ຈະມີການປ່ຽນແປງນະໂຍບາຍພາສີສຳລັບ ຫວຽດນາມ ຕາມທິດທີ່ສະດວກກວ່າ”.

        ທ່ານ ເຈິ່ນຈີຢຸງ, ເລຂາທິການໃຫຍ່ສະຫະສະມາຄົມວິສາຫະກິດການບໍລິການ Logistics ຫວຽດນາມ (VLA) ໃຫ້ຮູ້ວ່າ:

        “ເລື່ອງທ່ານເລຂາທິການໃຫຍ່ດຳເນີນການໂອ້ລົມທາງໂທລະສັບກັບທ່ານປະທານທິບໍດີ Donald Trump ໃນທັນທີ ແລະ ຕັ້ງບັນຫາ ຫວຽດນາມ ກຽມພ້ອມເຈລະຈາເພື່ອຫຼຸດອັດຕາພາສີລົງເປັນ 0% ນັ້ນ, ແມ່ນການກະທຳທີ່ວ່ອງໄວຂອງ ຫວຽດນາມ. ຂ້າພະເຈົ້າຖືວ່າ ຄວາມສະເໝີຕົ້ນສະເໝີປາຍຈາກການນຳພັກ, ລັດຖະບານ, ແມ່ນແຜນນະໂຍບາຍອັນລຸລ່ວງໃນການເປີດປະຕູເພື່ອຮ່ວມມືກັບບັນດາປະເທດໃນໂລກ ແລະ ການຮ່ວມມືຢ່າງສະເໝີພາບ.”

ຕອບກັບ

ຂ່າວ/ບົດ​ອື່ນ