ປະທານປະເທດ ເຈືອງເຕີນຊາງ ຝາກຈົດໝາຍເນື່ອງໃນ ໂອກາດເປີດສົກຮຽນໃໝ່

ປະທານປະເທດ ເຈືອງເຕີນຊາງ ຝາກຈົດໝາຍເນື່ອງໃນ ໂອກາດເປີດສົກຮຽນໃໝ່ - ảnh 1
ພາບປະກອບ

(vovworld) - ​ເນື່ອງ​ໃນ​ໂອກາດ​ເປີດ​ສົກຮຽນ​ໃໝ່ 2013 – 2014 ​ແລະ ວັນ “ທົ່ວ​ປວງ​ຊົນ​ພາ​ເດັກນ້ອຍ​ໄປ​​ໂຮງຮຽນ”, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ຝາກ​ຈົດ​ໝາຍ​ເຖິງ​ຄູອາຈານ, ພະນັກງານ, ພາລະ​ກອນ, ລັດຖະກອນ​ລຸ້ນຕ່າງໆ​ຂອງຂະ​ແໜງ​ສຶກສາ, ພໍ່​ແມ່​ນັກຮຽນ ​ແລະ ພວກນ້ອງ​ນັກຮຽນ, ນັກ​ສຶກສາ​ໃນ​ທົ່ວ​ປະ​ເທດ. ​ໃນ​ຈົດໝາຍ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຊີ້​ແຈ້ງວ່າ: ສົກ​ຮຽນ 2013 – 2014 ​ແມ່ນ​ສົກຮຽນ​ທຳ​ອິດ​​ເສີມ​ຂະຫຍາຍ​ປະຕິບັດ​ຂໍ້​ສະ​ຫລຸບ​ຂອງ​ກອງ​ປະຊຸມ​ສູນ​ກາງພັກຄັ້ງ​ທີ 6 (ຊຸດ​ທີ 11) ກ່ຽວ​ກັບ “ການ​ປ່ຽນ​ໃໝ່​ການ​ສຶກສາ ​ແລະ ບຳລຸງ​ສ້າງ ​ໂດຍພື້ນຖານ ​ແລະ ຮອບດ້ານ, ຕອບ​ສະໜອງ​ຄວາມ​ຮຽກ​ຮ້ອງຕ້ອງການ​ຫັນ​ປະ​ເທດ​ຊາດເປັນ​ອຸສາ​ຫະກຳ, ທັນ​ສະ​ໄໝ ຕາມ​ການ​ກຳນົດ​ທິດ​ສັງຄົມ​ນິຍົມ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ”. ດັ່ງ​ນັ້ນ, ຂະ​ແໜງ​ສຶກສາ​ຄວນ​ປ່ຽນ​ໃໝ່​ວຽກ​ງານ​ຄຸ້ມ​ຄອງ, ວິທີ​ການ​ສິດສອນ ​ແລະ ກວດກາ, ຕີ​ລາຄາ​ໝາກຜົ​ນການ​ຮຳ່ຮຽນ, ​ເອົ​າ​ໃຈ​ໃສ່ພັດທະນາ ​ແລະ ຍົກ​ສູງ​ຄຸ​ນນະພາ​ບຖັນ​ແຖວ​ຄູ​ອາຈານ ​ແລະ​ ພະນັກງານຄຸ້ມ​ຄອງ​ການ​ສຶກສາ, ຍູ້​ແຮງ​ການ​ແຂ່ງຂັນ “ສອນ​ດີ - ຮຽນ​ດີ” ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບການ​ສຶກສາ​ຢູ່​ຂັ້ນ​ຕ່າງໆ​ຢ່າງຮອບດ້ານ. ທ່ານ​ປະທານ​ປະ​ເທດ ສະ​ເໜີ​ອົງຄະ​ນະ​ພັກ, ອຳນາດ​ການ​ປົກ​ຄອງ, ບັນດາ​ອົງການ​ຈັດ​ຕັ້ງ, ໝູ່​ຄະນະ..​.​ ຕ້ອງ​ສູ້ຊົນ​ບັນລຸ​​ບັນດາ​ຜົນງານ​ດີ​ເດັ່ນ​ໃນ​ສົກຮຽນ​ໃໝ່, ປະກອບສ່ວນ​ປະຕິບັດ​ພາລະກິດ​ຫັນ​ປະ​ເທດຊາດເປັນ​ປະ​ເທດອຸດສາຫະກຳ, ທັນ​ສະ​ໄໝຢ່າງ​ມີ​ໄຊ, ສ້າງ​ປະ​ເທດ​ໃຫ້​ນັບມື້​ນັບ​ຮັ່ງມີ​ເຂັ້ມ​ແຂງ.

 

ຂ່າວ/ບົດ​ອື່ນ