ປະທານປະເທດ ເຈືອງເຕີນຊາງ ພົບປະກັບຜູ້ມີສິດເລືອກຕັ້ງນະຄອນໂຮ່ຈິມິນ

ປະທານປະເທດ ເຈືອງເຕີນຊາງ ພົບປະກັບຜູ້ມີສິດເລືອກຕັ້ງນະຄອນໂຮ່ຈິມິນ - ảnh 1
(ພາບປະກອບ)

(vovworld) - ​ໂດຍ​ປະຕິບັດ​ລາຍການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ ພາຍ​ຫຼັງກອງ​ປ​ະຊຸມ​ສະ​ໄໝສາ​ມັນ​ເທື່ອ​ທີ 5 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13, ຕອນ​ເຊົ້າ​ວັນ​ທີ 24/06, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ, ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ​ຊຸດ​ທີ 13 ​ແລະ ບັນດາ​ ສສຊ ຫົວ​ໜ່ວຍ​ເລືອກ​ຕັ້ງ​ທີ 1, ນະຄອນ​ໂຮ່ຈິ​ມິນ ​ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ 1 ​ແລະ ​ເມືອງ 3. ຜູ້​ມີ​ສິດ​ເລືອກ​ຕັ້ງຊົມ​ເຊີຍ​ກອງ​ປະຊຸມ​ຄັ້ງ​ທີ 5 ​ໄດ້​ເຮັດ​ວຽກ​ຢ່າງ​ເຂັ້ມ​ງວດ ​ແລະ ມີ​ປະສິດທິ​ຜົນ. ພິ​ເສດ, ​ເປັນ​ຄັ້ງ​ທຳ​ອິດ​ທີ່​ສະພາ​ແຫ່ງ​ຊາດ​ຈັດການລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ, ປ່ອນ​ບັດ​ໄວ້​ວາງ​ໃຈ ສຳລັບ​ຜູ້​ດຳລົງ​ຕຳ​ແຫນ່​ງ​ໂດຍ​ສະພາ​ແຫ່ງ​ຊາດ,  ເລືອກ​ຕັ້ງ​ຫລື​ໃຫ້​ສັດຕະຍາບັນ, ​ເລື່ອງ​​ຮັບ​ເອົາ​ຄຳ​ເຫັນ​ຈາກຜູ້​ມີ​ສິດ​ເລືອກ​ຕັ້ງກ່ຽວ​ກັບບັນດາ​ຮ່າງ​ກົດໝາຍ​ຄື: ກົດໝາຍວ່າ​ດ້ວຍ​ທີ່​ດິນ, ຮ່າງ​ກົດໝາຍ​ລັດຖະທຳ​ມະນູນ​ປີ 1992 (ສະບັບ​ປັບປຸງ) ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກຜູ້​ມີ​ສິດ​ເລືອກຕັ້ງ. ຜູ້​ມີ​ສິດ​ເລືອກຕັ້ງກໍ​ສະ​ແດງ​ຄວາມ​ເອົາ​ໃຈ​ໃສ່​ພິ​ເສດ​ເຖິງ​ການ​ຜັນ​ຂະຫຍາຍການປະຕິບັດ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ ພາຍຫຼັງ​ກອງ​ປະຊຸມ. ກ່າວ​ຄຳ​​ເຫັນ​ທີ່​ການ​ພົບ​ປະ​ກັບຜູ້​ມີ​ສິດ​ເລືອກຕັ້ງ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຮັບຮູ້​ບັນດາ​ຄຳ​ເຫັນ​ທີ່​ສຸດ​ຈິດ​ສຸດ​ໃຈ​ຂອງຜູ້​ມີ​ສິດ​ເລືອກຕັ້ງ ​ແລະ ພິ​ເສດ​ແມ່ນ​ເນັ້ນ​ໜັກ​ເຖິງ​ໜ້າ​ທີ່​ຮັບຜິດຊອບ​ຂອງ​ຫົວ​ໜ້າ.

        “ຄວາມ​ປາດ​ຖະໜາ​ຂອງຜູ້​ມີ​ສິດ​ເລືອກຕັ້ງ ​ແມ່ນມອບໜ້າ​ທີ່​ຮັບຜິດຊອບ​ໃກ້​ຜູ້ທີ່ເປັນຫົວ​ໜ້າ. ​ສະພາແຫ່ງຊາດ ຈະ​ປັງ​ປຸງ, ​ເພີ່ມ​​ເຕີ່​ມກົດໝາຍ​ວ່າ​ດ້ວຍ​ການ​ປ້​ອງກັນ, ຕ້ານ​ການສໍ້​ລາດ​ບັງ​ຫຼວງ, ການ​ຟຸມ​ເຟືອຍ. ຂ້າພະ​ເຈົ້າ​ຖື​ວ່າ ​ເອກະສານ​ນະ​ໂຍບາຍ​ໄດ້​ມີ​ຫຼາຍ​ແລ້ວ ​ແຕ່​ໃນ​ການຈັດ​ຕັ້ງ​ປະຕິບັດ​ບໍ່​ທັນ​​ເຄັ່ງ​ຄັດ. ສະ​ນັ້ນ, ຂ້າພະ​ເຈົ້າ​ສະ​ເໜີ​ວ່າ ​ໃນ​ການ​ພົວພັນ​ລະຫວ່າງຜູ້​ມີ​ສິດ​ເລືອກຕັ້ງ ​ກັບພວກ​ຂ້າ​ພະ​ເຈົ້າ ຄວນເພີ່ມ​ການ​ຊັກ​ຖາມ. ບໍ່​ແມ່ນ​ພຽງ​ແຕ່​ພວກ​ຂ້າພະ​ເຈົ້າ​ເທົ່າ​ນັ້ນ, ຫາກ​ບັນດາສະມາຊິກສະພາ​ປະຊາຊົນ ກໍ​ຕ້ອງ​ປະຕິບັດ​ຢ່າງ​ຈິງໃຈ, ກົງ​ໄປ​ກົງ​ມາ ​ແລະ ສ້າງສັນອີກ​ດ້ວຍ”.

  ປະທານ​ປະ​ເທດ​ຫວັງ​ວ່າ, ຜູ້​ມີ​ສິດ​ເລືອກຕັ້ງ​ແຕ່ລະຄົນ​ຄວນ​ເສີມ​ຂະຫຍາຍ​ບົດບາດ​ຕິດຕາມ​ກວດກາ​ຂອງ​ປະຊາຊົນ, ​ເພື່ອ​ສ້າງ​ຖັນ​ແຖວ​ພະນັກງານ ກໍ​ຄື​ຊ່ວຍ​ໃຫ້​ບັນດາ​ອົງການ​ທີ່​ມີໜ້າ​ທີ່ຮັບຜິດຊອບປະຕິບັດວິໄນ, ລົງໂທດບັນດາ​ພະນັກງານທີ່ໄດ້​ລະ​ເມີດ​ກົດໝາຍ.


ຂ່າວ/ບົດ​ອື່ນ