ປະທານປະເທດ ເຈືອງເຕີນຊາງ ຢ້ຽມຢາມທາງລັດຖະກິດ ອິນໂດເນເຊຍ

ປະທານປະເທດ ເຈືອງເຕີນຊາງ ຢ້ຽມຢາມທາງລັດຖະກິດ ອິນໂດເນເຊຍ - ảnh 1
ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ
(ພາບ: Mạnh Hùng)

(vovworld) – ​ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ປະທານາທິບໍດີ ອິນ​​ໂດ​ເນ​ເຊຍ Susilo Bambang Yudhoyono, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ແລະ ພັນທະ​ຍາ ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ ໄດ້ເດີນທາງໄປຢ້ຽມຢາມ​ທາງ​ລັດຖະກິດ ອິນ​ໂດ​ເນ​ເຊຍ ແຕ່​ວັນ​ທີ 27 ​ຫາ 28/6. ການ​ຢ້ຽ​ມຢາມ​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ເປັນການຢັ້ງຢືນ​ອີກ​ເທື່ອ​ໜຶ່ງ​ນະ​ໂຍບາຍ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດນາມ ຖື​​ເປັນ​ສຳຄັນ​ການ​ເພີ່​ມທະວີ​ການ​ພົວພັນ​ມິດຕະພາບ ​ແລະ ຮ່ວມ​ມື​ຮອບດ້ານ​ກັບ ອິນ​ໂດ​ເນ​ເຊຍ, ຄູ່​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ ​ແລະ ສຳຄັນ​ຂອງ ຫວຽດນາມ ​ໃນ ອາ​ຊຽນ, ຊຸກຍູ້​ບັນດາ​ກາ​ລະ​ໂອກາດ​ຮ່ວມ​ມື​ທາງດ້ານ​ເສດຖະກິດ, ການຄ້າ, ການລົງທຶນ, ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ, ​ແລກປ່ຽນ​ທັດ​ສະ​ນະ​ກ່ຽວ​ກັບ​ບັນຫາ​ພາກ​ພື້ນ ​ແລະ ສາກົນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ​ໃນ​ນັ້ນ​ມີ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ. ຄາດ​ວ່າ, ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມຄັ້ງນີ້, 2 ຝ່າຍ​ຈະ​ຍົກ​ການ​ພົວພັນ​ຂຶ້ນ​ເປັນ​ການ​ພົວພັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ເປັນ​ທາງ​ການ.

    ​ເມື່ອ​ຕອບ​ສຳພາດ​ຕໍ່ສື່​ມວນ​ຊົນ​ ອິນ​ໂດ​ເນ​ເຊຍ ກ່ອນການ​ຢ້ຽມຢາມ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຢືນຢັນ​ວ່າ: ຫວຽດນາມ ຖື​ ອິນ​ໂດ​ເນ​ເຊຍ ​ເປັນ​ສຳຄັນ​ດ້ວຍ​ຖານະ​ແມ່ນ​ຄູ່​ຮ່ວມ​ມື​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ, ພ້ອມ​ທັງ​ແມ່ນ​ປະ​ເທດ​ມີ​ບົດບາດ ​ແລະ ທີ່​ຕັ້ງ​ພວມ​ນັບ​ມື້​ນັບ​ໄດ້​​ສູງ​ຂຶ້ນຢູ່​ພາກ​ພື້ນ ອາຊີ - ປາຊີ​ຟີ​ກ ກໍ່​ຄື​ຢູ່​ໃນ​ໂລກ. ຕາມ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ແລ້ວ, 2 ຝ່າຍ​ຄວນ​ເຮັດ​​ໃຫ້ການ​ພົວພັນ 2 ຝ່າຍ​ໃຫ້​ເລິກ​ເຊິ່ງກ່ວາ​ອີກ.

    ກ່ຽວ​ກັບ​ບົດບາດ​ຂອງ ຫວຽດນາມ ​ແລະ ອິນ​ໂດ​ເນ​ເຊຍ ​ໃນ​ການ​ສ້າງກຸ່ມ ອາ​ຊຽນ ​ເຂັ້ມ​ແຂງ​ກ່ວາ ​ແລະ ສາມັກຄີ​ກ່ວາ, ທ່ານ​ປະທານປະ​ເທດ ​ເຈືອງ​ເຕີນ​ຊາງ ​ຖື​ວ່າ: ​ໃນ​​ໄລຍະ​ຈະ​ມາ​ເຖິງ, 2 ຝ່າຍ​ຄວນ​ສົ​ມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ພ້ອມ​ກັນ​ຊຸກຍູ້​ບັນດາ​ຈຸດ​ສຸມ​, ບຸລິມະສິດ​ທີ່​ໄດ້​ຮັບ​ການ​ຕົກລົງ​ຂອງ ອາ​ຊຽນ. ກ່ຽວ​ກັບ​ບົດບາດ​ຂອງ ອິນ​ໂດ​ເນ​ເຊຍ ​ແລະ ອາ​ຊຽນ ​ໃນ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ຕາມ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ແລ້ວ, ທະ​ເລ​ຕາ​ເວັນ​ອອກ​ແມ່ນ​ບັນຫາ​ຂຶ້ນ​ກັບ​ຄວາມ​ສົນ​ໃຈ​ລວມ​, ກ່ຽວຂ້ອງ​ເຖິງ​ສັນຕິພາບ ​ແລະ ຄວາມ​ໝັ້ນຄົງ​ຂອງ​ທົ່ວ​ພາກ​ພື້ນ, ດັ່ງ​ນັ້ນ ອາ​ຊຽນ ​ມີ​ບົດບາດ ​ແລະ ສຽງ​ເວົ້າ​ຂອງ​ຕົນ. ຫວຽດນາມ ຫວັງ​ວ່າ ອິນ​ໂດ​ເນ​ເຊຍ ຈະ​ຊຸກຍູ້​ເສີມ​ຂະ​ຫຍາ​ຍບົດບາດ​ຕັ້ງໜ້າ​ຂອງ​ຕົນ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

ຂ່າວ/ບົດ​ອື່ນ