ປະທານປະເທດ ເຈືອງເຕີນຊາງ ຢ້ຽມຢາມທາງລັດຖະກິດ ຮູງກາຣີ ແລະ ແດນມາດ

ປະທານປະເທດ ເຈືອງເຕີນຊາງ ຢ້ຽມຢາມທາງລັດຖະກິດ ຮູງກາຣີ ແລະ ແດນມາດ - ảnh 1
ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ

(vovworld) – ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຈາກທ່ານ​ປະທານາທິບໍດີ ຮູ​ງກາຣີ Ader Janos ​ແລະ ພະລາຊິນີ ​ແດນ​ມາດ Margrethe 2, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ແລະ ພັນ​ລະ​ຍາ​ຈະ​ມີ​ການ​ຢ້ຽມຢາມ​ທາງ​ລັດຖະກິດ ຮູ​ງກາຣີ ​ແຕ່​ວັນ​ທີ 15 – 17/9 ​ແລະ ລາຊະ​ອາ​ນາ​ຈັກ ​ແດນ​ມາດ ​ແຕ່​ວັນ​ທີ 18 – 20/9. ການ​ຢ້ຽມຢາມ​ຄັ້ງ​ນີ້​ຂອງທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ແລະ ພັນ​ລະ​ຍາ​ ​ເຖິງ ຮູ​ງກາ​ຣີ ​ແລະ ລາຊະ​ອາ​ນາ​ຈັກ ​ແດນ​ມາດ ​ເພື່ອ​ແນ​ໃສ່​ສືບ​ຕໍ່​ຜັນຂະຫຍາຍ​​ແນວທາງ​ການ​ຕ່າງປະ​ເທດ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ຫັນບັນດາ​ການ​ພົວພັນ​ສາກົນ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ, ປັບປຸງ ​ແລ​ະ ​ເພີ່ມ​ເຕີມ​ກາ​ນພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ ຮູ​ງກາ​ຣີ ​ແລະ ລາຊະ​ອາ​ນາ​ຈັກ ​ແດນ​ມາ​ດ ກໍ່​ຄື​ຍົກສູງ​ທີ່​ຕັ້ງ​ບົດບາດ ​ແລະ ​ອິດ​ທິພົນ​ຊື່​ສຽງ​ຂອງ ຫວຽດນາມ ຢູ່ ​ເອີ​ລົບ ​ແລະ ຢູ່​ໃນ​ໂລກ.

 

ຂ່າວ/ບົດ​ອື່ນ