ປະທານປະເທດ ເຈືອງເຕີນຊາງ ສືບຕໍ່ການຢ້ຽມຢາມ ອິນໂດເນເຊຍ

ປະທານປະເທດ ເຈືອງເຕີນຊາງ ສືບຕໍ່ການຢ້ຽມຢາມ ອິນໂດເນເຊຍ - ảnh 1
​ການ​ປະຊຸມ​ຂ່າວ​ຮ່ວມ
(ພາບ: baomoi.com)

(vovworld) – ​ໂດຍ​ສືບ​ຕໍ່​ການ​ຢ້ຽມຢາມ​ທາງ​ລັດຖະກິດ ອິນ​ໂດ​ເນ​ເຊຍ, ຕອນ​ເຊົ້າ​ວັນ​ທີ 28/6, ທ່ານ​ປະທານ​ປະ​ເທດຫວຽດນາມ ​ເຈືອງ​ເຕີນ​ຊາງ ໄດ້ມີ​ການ​ພົບ​ປະ​ກັບ​ປະທານ​ສະພາ​ຕຳ່ ອິນ​ໂດ​ເນ​ເຊ​ຍ ທ່ານ Marzuki Alie, ​ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນທະນາ​ວິ​ສາ​ຫະກິດ ຫວຽດນາມ - ອິນ​ໂດ​ເນ​ເຊຍ ​ແລະ ​​ໄປ​ວາງ​ພວງມາລາ​ຢູ່ເຂດ​ສຸສານ​ນັກ​ວິລະ​ຊົນ Kalibata. ທີ່​ການ​ພົບ​ປະ​ກັບ ທ່ານ Marzuki Alie, ​ປະທານ​ສະພາ​ຕຳ່ ອິນ​ໂດ​ເນ​ເຊ​ຍ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ  ​ແລະ ທ່ານປະທານ​ສະພາ​ຕຳ່ Marzuki Alie ສະ​ແດງ​ຄວາມ​ພາກພູມ​ໃຈ​ກ່ຽວ​ກັບ​ການ​ພັດທະນາ​ອັນ​ດີງາມ​ຂອງ​ການ​ພົວພັນ, ​ເຫັນ​ດີ​ເປັນ​ເອກະ​ພາບ​ກັນ​ຖື​ວ່າ: ​ເລື່ອງ​ຊຸກຍູ້​ກາ​ນພົວພັນ​ລະຫວ່າງ​ສະພາ​ແຫ່ງ​ຊາດ 2 ປະ​ເທດ, ພິ​ເສດ​ແມ່ນ​ການ​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ, ​ແບ່ງປັນ​ບັນດາ​ບົດຮຽນ​ກ່ຽວ​ກັບ​ວຽກ​ງານ​ນິຕິ​ບັນຍັດ​ກໍ່​ຄື​ສົ່ງ​ເສີມ​ການ​ ເຈລະຈາ, ​ເຊັນ​ຂໍ້​ຕົກລົງ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ ຫວຽດນາມ ກັບ ສະພາ​ສູງ​ ອິນ​ໂດ​ເນ​ເຊຍ, ສ້າ​ງພື້ນຖານ​ນິຕິ​ກຳ​ຢ່າງ​ຄົບ​ຖ້ວນ​ໃຫ້​ແກ່​ກ່ນຮ່ວມ​ມື​ລະຫວ່າງ ສະພາ​ແຫ່ງ​ຊາດ 2 ປະ​ເທດ ​ເວົ້າສະ​ເພາະ ​ແລະ ການ​ພົວພັນລະຫວ່າງ 2 ປະ​ເທດ ​ເວົ້າ​ລວມ.

        ​​ແລະ​ກໍ່​ໃນ​ຕອນ​ເຊົ້າວັນ​ດຽວ​ກັນ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ໄດ້ມີ​ການ​ພົບ​ປະ​ກັບ​ການ​ນຳ​ບັນດາ​ວິ​ສາ​ຫະກິດ​ອັນ​ດັບ​ໜຶ່ງ​ຂອງ ອິນ​ໂດ​ເນ​ເຊຍ ​ໃນ​ບັນດາ​ຂົງ​ເຂດ ການບິນ, ນ້ຳມັນ​ອາຍ​ແກັດ, ຖ່ານ​ຫິນ, ອະສັງ​ຫະລິ​ມະ​ຊັບ.​.​.​ ທ່ານ​ປະທານ​ປະ​ເທດ ​ເນັ້ນ​ໜັກ​ວ່າ: ຫວຽດນາມ ​ແລະ ອິນ​ໂດ​ເລ​ເຊຍ​ ​ແມ່ນ​ປະ​ເທດ​ມີ​ພົນ​ລະ​ເມືອງ​ໜາ​ແໜ້ນ​ທີ່​ສຸດ​ໃນ​ພາກ​ພື້ນ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ດ້ວຍ​ຕະຫລາດ​ທີ່​ກ້ວາງ​ໃຫຍ່, ພື້ນຖານ​​ເສດຖະກິດ 2 ປະ​ເທດ​ມີ​ຫຼາຍ​ຈຸດ​ທີ່​ຄ້າຍຄື​ກັນ ​ແລະ ມີ​ຄວາມ​ສາມາດ​ຊ່ວຍ​ເຫຼືອ​ກັນ​ໃນ​ການ​ຊຸກຍູ້​ການ​ພົວພັນ 2 ຝ່າຍ, ກໍ່​ຄື​ສ້າງ​ຕັ້ງລະບົບການຮ່ວມ​ມື, ​ເຊື່ອມ​ຕໍ່​ພາກ​ພື້ນ​ເພື່ອ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ອື່ນ​ໃນ​ພາກ​ພື້ນ. 2 ຝ່າຍ​ກໍ່​ນອນ​ໃນ​ເຂດ​ເສດຖະກິດ​ຂະຫຍັນ​ຂັນ​ເຄື່ອນ ທີ່​ພວມ​ແມ່ນ​ຈຸດ​ນັດພົບ​ຂອງ​ບັນດາ​ນັກ​ລົງທຶນ ​ແລະ ບັນດາ​ກຸ່ມ​ບໍລິສັດ​ອັນ​ດັບ​ໜຶ່ງ​ຂອງ​ໂລກ, ບ່ອນ​ທີ່​ມີ​ຫຼາຍ​ເວທີ​ປາ​ໄສ, ການ​ໂອ້​ລົມ​ສົນທະນາ, ກົນ​ໄກ​ຮ່ວມ​ມື​ຫຼາຍ​ຝ່າຍ​ເພື່ອ​ໜູນ​ຊ່ວຍ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ. ດັ່ງ​ນັ້ນ, ບັນດາ​ອົງການ​ລັດຖະບານ ​ແລະ ປະຊາ​ຄົມ​ວິ​ສາ​ຫະກິດ 2 ປະ​ເທດ​ຄວນ​ຂຸດ​ຄົ້ນ​ທ່າ​ແຮງ​ນີ້​ເພື່ອ​ພ້ອມ​ກັນ​​ເຊື່ອມ​ຕໍ່, ຮ່ວມ​ມື​ກັບ​ບັນດາ​ປະ​ເທດ, ບັນດາ​ຄູ່​ຮ່ວມ​ມື​ອື່ນບົນ​ພື້ນຖານ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ​ເພື່ອ​ການ​ພັດທະນາ​ລວມຂອງ​ແຕ່ລະ​ປະ​ເທດ ​ແລະ ຂອງ​ພາກ​ພື້ນ.

​   ກ່ອນໜ້ານັ້ນ, ວັນ​ທີ 27/6, ​ໃນ​ການ​ຢ້ຽ​ມຢາມ​ທາງ​ລັດຖະກິດ ອິນ​ໂດ​ເນ​ເຊຍ, ທ່ານປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ແລະ ທ່ານ​ປະທານາທິບໍດີ ອິນ​ໂດ​ເນ​ເຊຍ Susilo Bambang Yudhoyono ​ໄດ້​ມີ​ການ​ເຈລະຈາ, ​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ຂໍ້​ຕົກລົງ​ຮ່ວມ​ມືບາງ​ສະບັບ ​ແລະ ​ພົບ​ປະ​ກັບ​ບັນດາ​ອົງການ​ສື່​ມວນ​ຊົນ​ເພື່ອ​ປະກາດ​ໝາກຜົນ​ການ​ເຈລະຈາ, ຄວາມ​ໝາຍຂອງ​ການ​ຢ້ຽມຢາມ. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ຮ່ວມ​, ທ່ານປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເນັ້ນ​ໜັກ​ວ່າ:

“ຂ້າພະ​ເຈົ້າ​​ເຊື່ອ​ໝັ້ນ​ຢ່າງ​ແນວ​ແນ​ວ່າ ​ເລື່ອງ​ຍົກ​ລະດັບ​ການ​ພົວພັນ ຫວຽດນາມ - ອິນ​ໂດ​ເນ​ເຊຍ ຈະ​ສ້າງ​ກຳລັງ​ແຮງ​ເພື່ອ​ນຳ​ບັນດາ​ຂົງ​ເຂດ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃຫ້​ນັບ​ມື້​ນັບ​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ມີ​ປະສິດທິ​ຜົນ ​ແລະ ໝັ້ນຄົງ​ກ່ວາ. ​ເລື່ອງ​ຍົກ​ລະດັບ​ການ​ພົວພັນ​ນີ້​ຈະ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ໃຫ້​ແກ່​ຈຸດ​ໝາຍ​ສ້າງ​ປະຊາ​ຄົມ ອາ​ຊຽນ ​ໃນ​ປີ 2015 ກໍ່​ຄື​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່ ອາຊີ - ປາຊີ​ຟິກ ​ແລະ ​ໃນ​ໂລ​ກ.”

    ສະ​ແດງ​ຄວາມ​ພາກ​ພູມ​ໃຈ​ເມື່ອ​ການ​ພົວພັນ​ກ້າວ​ເຂົ້າ​ສູ່​ໄລຍະ​ພັດທະນາ​ໃໝ່, ທ່ານ​ປະທານາທິບໍດີ ອິນ​ໂດ​ເນ​ເຊຍ Susilo Bambang Yudhoyono ກໍ່​ຢືນຢັນ​ວ່າ: 2 ຝ່າຍ​ບັນລຸ​ໄດ້​ຄວາມ​ເຫັນ​ດີ​ຢ່າງສູງ​ຢູ່​ບັນດາ​ບັນຫາ, ສ້າງ​ພື້ນຖານ​ສຳຄັນ​​ເພື່ອຊຸກຍູ້​ການ​ພົວພັນລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ.

    ເນື່ອງ​ໃນ​ໂອກາດການຢ້ຽມຢາມ​ທາງ​ລັດຖະກິດ ອິນ​ໂດ​ເນ​ເຊຍ ຂອງ ທ່ານ​ປະທານ​ປະ​ເທດຫວຽດນາມ ​ເຈືອງ​ເຕີນ​ຊາງແຕ່ວັນທີ 27 ຫາ 28/6. ຫວຽດນາມ ແລະ ອິນໂດເນເຊຍ ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ. ຖະ​ແຫຼ​ງການ​ຮ່ວມ​ໄດ້​ຊີ້​ແຈ້ງວ່າ : ​ໃນ​ໄລຍະ​ຢູ່​ຢ້ຽມຢາມ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ມີ​ການ​ເຈລະຈາ​ກັບ ປະທານາທິບໍດີອິນ​ໂດ​ເນ​ເຊຍ​ Susilo Bambang Yuddhoyono. ການນຳ ທັງ 2 ທ່ານ​ໄດ້​ແບ່ງປັນ​ທັດສະນະ ​ແລະ​ ຕີ​ລາຄາສູງ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຮອບດ້ານຫວຽດນາມ ແລະ ອິນໂດເນເຊຍ ຊຶ່ງ​ໄດ້​ຮັບ​ການ​ຮັກສາ ​ແລະ ພັດທະນາ​ຢ່າງ​ດີງາມ. ການນຳ ທັງ 2 ທ່ານ ​ໄດ້​ຖະ​ແຫຼ​ງສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ອິນໂດເນເຊຍ ຢ່າງ​​ເປັນ​ທາງ​ການ. ທ່ານ​ປະທານ​ປະ​ເທດຫວຽດນາມ ​ເຈືອງ​ເຕີນ​ຊາງ ​ແລະ ປະທານາທິບໍດີອິນ​ໂດ​ເນ​ເຊຍ​ Susilo Bambang Yuddhoyono ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ເພີ່ມ​ທະວີ​ການ​ແລກປ່ຽນ​ບັນດາຄະນະ​ຜູ້​ແທນ​ຂັ້ນ​ສູງ; ມອບ​ໝາຍ​ໃຫ້ 2 ກະຊວງ​ການ​ຕ່າງປະ​ເທດ​ເປັນ​ປະທານ, ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ສ້າງ​​ໂຄງການ​ເຄື່ອນ​ໄຫວ​ຜັນ​ຂະຫຍາຍ​ມາດ​ຕະການ​ເພື່ອ​ຜັນຂະຫຍາຍ ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດຢ່າງ​ລະອຽດ ​ແລະ ມີ​ປະສິດທິ​ຜົນ. ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, 2 ຝ່າຍ​ວະ​ໜັບສະ​ໜູນ​ການ​ສືບ​ຕໍ່​ຜັນ​ຂະຫຍາຍ​ປະຕິບັດ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນຊາ​ດ ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ທີ່​ກ່ຽວຂ້ອງ ​ແລະ ສັນຍາ​ຮ່ວມ​ມື​ປ້ອງກັນ ​ແລະ ຕໍ່​ສູ້​ຕ້ານ​ອາດຊະຍາ​ກຳ, ສົ່ງ​ເສີມ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ອຸດສາຫະກຳ ປ້ອງ​ກັນຊາ​ດ ​ແລະ ປ້ອງ​ກັນ​ຄວາມ​ສະຫງົບຢ່າງ​ບໍ່​ເຄີຍ​ມີ​ມາ​ກ່ອນ. ທາງ​ດ້ານ​ການ​ຄ້າ, 2 ຝ່າຍ ໄດ້​ເຫັນ​ດີ​ເປັນ​ເອກະສັນສູ້​ຊົນ​ບັນລຸ​ຈຸດໝາຍ​ຍົກ​ວົງ​ເງິນ​ການ​ຄ້າ 2 ຝ່າຍ​ຂຶ້ນ​ເຖິງ 5 ຕື້ USD ​ໃນ​ປີ 2015, ​ແລະ 10 ຕື້ USD ​ໃນ​ປີ 2018. 2 ຝ່າຍ​ໝັ້ນ​ໝາຍ​ຊຸກຍູ້​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ທີ່​ອຳນວຍ​ຄວາມ​ສະດວກ​ກ່ວາ​​ເກົ່າ......

    ທ່ານ​ປະທານ​ປະ​ເທດຫວຽດນາມ ​ເຈືອງ​ເຕີນ​ຊາງ ​ແລະ ປະທານາທິບໍດີອິນ​ໂດ​ເນ​ເຊຍ​ Susilo Bambang Yuddhoyono ໄດ້​ເຫັນ​ດີ​ເປັນ​ເອກະສັນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ກຸ່ມ​ອາ​ຊຽນ, ມຸ່ງ​ໄປ​ສູ່​ຈຸດໝາຍສ້າງ​ປະຊາ​ຄົມ​ອາ​ຊຽນ​ເຊື່ອມ​ຈອດ​ໃນ​ປີ 2015. ຫວຽດນາມ ໝັ້ນ​ໝາຍ​ສືບ​ຕໍ່ສະໜັບສະໜູນ ອິນໂດເນເຊຍ ​ໃນ​ບົດບາດ​ເປັນ​ປະທານ APEC 2013, ພ້ອມ​ກັນ​ນັ້ນ, ອິນໂດເນເຊຍຍັງ​ໝັ້ນ​ໝາຍສະໜັບສະໜູ​ນຫວຽດນາມ​ໃນ​ບົດບາດ​ນີ້​ໃນ​ປີ 2017. ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ການນຳທັງ 2 ທ່ານຢືນຢັນ​ຄືນ​ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາມ​ປອດ​ໄພ​ໃນ​ການ​ເດີນ​ເຮືອ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ສະໜັບສະໜູນ​ການ​ແກ້​ໄຂ​ການ​ພິພາດ​ດ້ວຍ​ມາດ​ຕະການ​ໂດຍ​ສັນຕິ​ວິທີ,  ປະຕິບັດ​ຕາມ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ມີ​ສົນທິສັນຍາ​ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982, ສະໜັບສະໜູນ​ຖະ​ແຫຼ​ງການ 6 ຂໍ້​ຂອງ​ອາ​ຊຽນກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ ​ແລະ ຊົມ​ເຊີຍ​ການ​ດຳ​ເນີນ​ແລກປ່ຽນ​ກ່ຽວ​ກັບ​ປະມວນ​ລະບຽບ​ການ​ກ່ຽວກັບ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ COC ​ແລະ​ມຸ່ງ​ໄປ​ສູ່​ການ​ສ້າງ COC .


ຂ່າວ/ບົດ​ອື່ນ