ປະທານປະເທດ ເຈືອງເຕີນຊາງ ເຈລະຈາກັບປະທານາທິບໍດີ ສ. Seychelles James Alix Michel

ປະທານປະເທດ ເຈືອງເຕີນຊາງ ເຈລະຈາກັບປະທານາທິບໍດີ ສ. Seychelles James Alix Michel - ảnh 1
ທ່ານ​ປະທານ​ປະ​ເທດຫວຽດນາມ​ເຈືອງ​ເຕີນ​ຊາງໃຫ້ການຕ້ອນຮັບ
ທ່ານ​ປະທານາທິບໍດີ​ສ. Seychelles James Alix Michel

(Vovworld-)   ​ວັນ​ທີ 28 ສິງຫາ, ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດຫວຽດນາມ​ເຈືອງ​ເຕີນ​ຊາງ, ທ່ານ​ປະທານາທິບໍດີ​ສ. Seychelles James Alix Michel ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ​ໃນ​ລະຫວ່າງ​ວັນ​ທີ 28 – 29 ສິງຫາ. ວັນ​ທີ 28/8, ພາຍຫຼັງ​ພິທີ​ຕ້ອນຮັບ​ຢ່າງ​ເປັນທາງການຢູ່ຮ່າໂນ້ຍ, ທ່ານ​ປະທານ​ປະ​ເທດຫວຽດນາມ​ເຈືອງ​ເຕີນ​ຊາງ ແລະ ທ່ານ​ປະທານາທິບໍດີ​ສ. Seychelles James Alix Michel ໄດ້ດຳເນີນການເຈລະຈາ. ກ່ຽວກັບການຮ່ວມມື 2 ຝ່າຍ, 2 ຝ່າຍໄດ້ສະແດງ ຄວາມ​ເພິ່ງ​ພໍ​ໃຈ​ຕໍ່​ການ​ພັດທະນາ​ທີ່​ໜ້າ​ຊື່ນ​ຊົມ​ໃນ​ການ​ພົວພັນ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ທີ່​ຜ່ານ​ມາ, ພິ​ເສດ Seychelles ​ໃນ​ປະຈຸ​ບັນ ​ແມ່ນ​ປະ​ເທດ​ອາ​ຟະ​ລິ​ກາ​ທີ່​ລົງທຶນ​ຫຼາຍ​ກ່ວາ​ໝູ່​ເຂົ້າ​ຫວຽດນາມ. ​ເພື່ອ​ຂຸດ​ຄົ້ນ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃຫ້​ເປັນ​ຢ່າງ​ດີ, ການ​ນຳ​ທັງ 2 ທ່ານ​ໄດ້​ເຫັນ​ດີ​ຊີ້​ນຳ​ບັນດາ​ກະຊວງ ຂະ​ແໜງ​ການ​ຕ່າງໆ​ທີ່​ກ່ຽວຂ້ອງ​ຂອງ 2 ປະ​ເທດ ຈົ່ງ​ຕັ້ງໜ້າ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ລະອຽດ​ໃນ​ບັນດາ​ຂົງ​ເຂດ​ທີ່ 2 ປະ​ເທດ​ມີ ຄວາມ​ສາມາດ​ບົ່ມ​ຊ້ອນ ຄື ການ​ລົງທຶນ, ທ່ອງທ່ຽວ, ກະສິກຳ, ສິນ​​ໃນ​ນ້ຳ, ນ້ຳມັນ​ອາຍ​ແກັສ..... ທ່ານ​ປະທານ​ປະ​ເທດຫວຽດນາມ​ເຈືອງ​ເຕີນ​ຊາງ ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ລັດຖະບານ Seychelles ທີ່​ໄດ້​ຮັບ​ຮູ້​ຂໍ້​ກຳນົດ​ເສດຖະກິດ​ຕະຫຼາດ​ຂອງ​ຫວຽດນາມ ​ແລະ ຖື​ວ່າ ນີ້​ແມ່ນ​ການ​ປະກອບ​ສ່ວນ​ສຳຄັນ​ໃຫ້​ແກ່​ການ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ທີ່​ດີງາມ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ການ​ສະໜັບສະໜູ​ນຊຶ່ງ​ກັນ ​ແລະ ກັນ​ລະຫວ່າງ 2 ປະ​ເທດ. ການ​ນຳ​ທັງ 2 ທ່ານ​ໄດ້​ເປັນ​ເອກະສັນ​ກັນ​ອອກ​ຖະ​ແຫຼ​ງການ​ຮ່ວມ​ລະຫວ່າງ 2 ປະ​ເທດ ພາຍຫຼັງທ່ານ​ປະທານາທິບໍດີ​ສ. Seychelles James Alix Michel ສຳ​ເລັດ​ການ​ຢ້ຽມຢາມ​ຫວຽດນາມ.

    ​ແລະ ກໍ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ດຽວ​ກັນ, ພາຍຫຼັງ​ສິ້ນ​ສຸດ​ການ​ເຈລະຈາ, ທ່ານ​ປະທານ​ປະ​ເທດຫວຽດນາມ​ເຈືອງ​ເຕີນ​ຊາງ ​ແລະ ທ່ານ​ປະທານາທິບໍດີ​ສ. Seychelles James Alix Michel ​ໄດ້​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ໃນ​ເອກະສານ​ຮ່ວມ​ມື 5 ສະບັບ​ລະຫວ່າງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ