ປະທານປະເທດ ເຈືອງເຕີນຊາງ ເຮັດວຽກກັບຄະນະປະຈຳຄະນະພັກນະຄອນ ຮ່າໂນ້ຍ

ປະທານປະເທດ ເຈືອງເຕີນຊາງ ເຮັດວຽກກັບຄະນະປະຈຳຄະນະພັກນະຄອນ ຮ່າໂນ້ຍ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈືອງ​​ເຕີນ​ຊາງ

(vovworld) – ທ່ານ​ປະທານ​ປະ​ເທດ ​ເຈືອງ​​ເຕີນ​ຊາງ ພ້ອມ​ກັບ​ບັນດາ​ສະມາຊິກ​ຂອງ​ຄະນະ​ກວດກາ​ຂອງກົມ​ການ​ເມືອງ ​ແລະ ຄະນະ​ເລຂາ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ຄະນະ​ປະຈຳ​ຄະນະ​ພັກ​ນະຄອນ​ຮ່າ​ໂນ້ຍ ​ໃນ​ວັນ​ທີ 22/7, ກ່ຽວ​ກັບ​ໝາກຜົ​ນຂອງ​ການ​ຊີ້​ນຳ ນຳພາ ​ແລະ ຈັດ​ຕັ້ງ​ປະຕິບັດ​ມະຕິ​ສູນ​ກາງ​ຄັ້ງ​ທີ 4 “ບາງ​ບັນຫາ​ຮີບ​ດ່ວນກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ໃນ​ປະຈຸ​ບັນ” ​ແລະ ຄຳ​ສັ່ງ​​ເລກທີ 03 ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ “ການ​ສືບ​ຕໍ່​ຍູ້​ແຮງ​ການຮຳ່ຮຽນ ​ແລະ ປະຕິບັດ​ຕາມ​​ແບບຢ່າງ​ຄຸນ​ສົມ​ບັດ​ຂອງ​ປະທານ ​ໂຮ່ຈີ​ມິ​ນ”. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ປະທານ​ປະ​ເທດ ຕີ​ລາຄາ​ສູງ ຮ່າ​ໂນ້ຍ ​ໃນ​ເບື້ອງ​ຕົ້ນ​ໄດ້​ປະຕິບັດ​ມະຕິ​ສູນ​ກາງ​ຄັ້ງ​ທີ 4 ​ແລະ ຄຳ​ສັ່ງ​ເລ​ກທີ 03 ຂອງ​ກົມ​ການ​ເມືອງ​ເປັນ​ຢ່າງ​ດີ, ພິ​ເສດ​ແມ່ນ​ຈິດ​ໃຈກົງ​ໄປ​ກົງ​ມາ​ໃນ​ວິວັດການ​ຕຳນິຕິ​ຊົມ​ຕົນ​ເອງ ​ແລະ ຕຳ​ນິຕິ​ຊົມ​ເພື່ອນ​ສະຫາຍ​. ​ແຕ່​ເຖິງ​ຢ່ງ​ໃດ​ກໍ່ຕາມ, ທ່ານ​ປະທານ​ປະ​ເທດ ກໍ່​ໃສ່​ໃຈ ຮ່າ​ໂນ້ຍ ຄວນ​ຮັບ​ຟັງ​ຄຳ​ເຫັນ​ຂອງ​ປະຊາຊົນ, ຂອງ​ອົງຄະ​ນະ​ພັກ ຈະ​ຊ່ວຍ​ໃຫ້​ເລື່ອງ​ຕຳ​ນິຕິ​ຊົມຕົນ​ເອງ ​ແລະ ຕຳ​ນິຕິ​ຊົມ​​ເພື່ອນສະຫາຍ​ບັນລຸ​ປະສິທິຜົນ​ສູງ​ກ່ວາ. ກ່ຽວ​ກັບ​ການ​ປະຕິບັດຄຳ​ສັ່ງ​ເລ​ກທີ 03, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຮຽກ​ຮ້ອງ​ໃຫ້ ຮ່າ​ໂນ້ຍ ກໍ່​ຄື​ບັນດາ​ທ້ອງ​ຖິ່ນ​ຄວນ​ຍ້ອງຍໍ​ສັນລະ​ເສີນ​ບັນດາ​ຮູບ​ແບບ​ປະຕິບັດ​ທີ່​ດີ, ມີ​ຫົວຄິດ​ປະດິດ​ສ້າງ​ປະກອບສ່ວນ​ປະຕິບັດການ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​​ແບບຢ່າງ​ຄຸນສົມບັດ​ຂອງ​ປະທານ ​ໂຮ່ຈີ​ມິ​ນ ຢ່າງ​ມີ​ປະສິດທິ​ຜົນ.

 

ຂ່າວ/ບົດ​ອື່ນ