ປະທານປະເທດເຈີ່ນດ້າຍກວາງເປັນເຈົ້າພາບຈັດງານລ້ຽງຮອງຮັບປະທານາທິບໍດີໂປໂລຍ

(VOVWORLD) -ຕອນຄ່ຳວັນທີ 28 ພະຈິກ, ຢູ່ຫໍກອງປະຊຸມສາກົນ, ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ  ແລະ ພັນລະຍາ ໄດ້ເປັນເຈົ້າພາບຈັດງານລ້ຽງຮອງຮັບທ່ານປະທານາທິບໍດີໂປໂລຍ Andrzej Duda ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງປະເທດສ.ໂປໂລຍ.

ປະທານປະເທດເຈີ່ນດ້າຍກວາງເປັນເຈົ້າພາບຈັດງານລ້ຽງຮອງຮັບປະທານາທິບໍດີໂປໂລຍ - ảnh 1ທ່ານປະທານປະເທດເຈີ່ນດ້າຍກວາງເປັນເຈົ້າພາບຈັດງານລ້ຽງຮ້ອງຮັບປະທານາທິບໍດີໂປໂລຍ

(ພາບ: TTXVN)

ກ່າວຄຳເຫັນທີ່ງານລ້ຽງ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ທົບທວນຄືນໝາກຜົນການເຈລະຈາທີ່ປະສົບຜົນສຳເລັດຢ່າງຈົບງາມ, ບັນດາເອກະສານຮ່ວມມືສຳຄັນທີ່ໄດ້ຮັບການລົງນາມເນື່ອງໃນໂອກາດມາຢ້ຽມຢາມຫວຽດນາມ ຄັ້ງນີ້ຂອງທ່ານປະທານາທິບໍດີ Andrzej Duda. ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະແດງຄວາມເຊື່ອໝັ້ນວ່າ, ການພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ ແລະ ໂປໂລຍ ຈະນັບມື້ນັບພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງ ແລະ ມີປະສິດທິຜົນ ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ, ການຮ່ວມມືຢູ່ພາກພື້ນ ແລະ ໃນໂລກ.

        ສ່ວນທ່ານປະທານາທິບໍດີໂປໂລຍ Andrzej Duda ສະແດງຄວາມພາກພູມໃຈທີ່ໄດ້ເຫັນປະຈັກຕາບັນດາຂີດໝາຍຂອງໂປໂລຍ ຢູ່ຫວຽດນາມ, ຮູ້ສຶກໄດ້ອາລົມຈິດຂອງປະຊາຊົນຫວຽດນາມ ທີ່ສະຫງວນໃຫ້ປະເທດ ແລະ ຊາວໂປໂລຍ. ທ່ານປະທານາທິບໍດີໂປໂລຍ Andrzej Duda ເນັ້ນໜັກວ່າ, ບັນດາຂໍ້ຕົກລົງສຳຄັນທີ່ໄດ້ຮັບການລົງນາມໃນການຢ້ຽມຢາມຫວຽດນາມ ຄັ້ງນີ້ ໄດ້ສ້າງພື້ນຖານຢ່າງໝັ້ນແກ່ນເພື່ອຮັດແໜ້ນການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ປະເທດກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ