ປະທານປະເທດເຈືອງ ເຕີນຊາງເຮັດວຽກ ຢູ່ດ່ານັງ


ປະທານປະເທດເຈືອງ ເຕີນຊາງເຮັດວຽກ ຢູ່ດ່ານັງ - ảnh 1
(ພາບ : VGP/Thế Phong)

(vovworld)- ​ໃນ​ວັນ​ທີ 2-3/7, ທ່ານປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ​ ພ້ອມ​ດ້ວຍ ຄະນະ​ປະຕິບັດ​ງານ​ສູງ​ກາງ ​ໄດ້​ໄປຢ້ຽມຢາມ​, ລະດົມ​ກຳລັງ​ໃຈ ​ແລະ ມອບ​ຂອງ​ຂັວນ​ໃຫ້​ແກ່ຊາວ​ປະມົງດ່າ​ນັງ ​ແລະ ໜ່ວຍ​ກວດກາ​ການ​ປະມົງ​ເລກທີ 3 ພ້ອມ​ກັບ​ບັນ​ດາ​ພະນັກງານ, ນັກຮົບ​ກຳ​ປັ່ນຕຳຫຼວດ​ທະ​ເລ​ 2012, 2015 ຫາກໍ່ກັບ​ມາ​ຈາກ​ການປະຕິບັດ​ກົດໝາຍບົນ​ທະ​ເລ.

  ​ເມື່ອ​ໄປ​ຢ້ຽມຢາມ ​ແລະ ​ໂອ້​ລົມ​ກັບ​ເຈົ້າຂອງ​ກຳ​ປັ່ນ​ຫາ​ປາ 25 ຄົນ​ຫາ​ກໍ່​ກັບ​ມາ​ຈາກ​ການ​ໄປ​ຫາ​ປາ​ຢູ່​ເຂດ​ທະ​ເລ​ຮ່ວາງ​ຊາ, ທ່ານປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ​ ຍ້ອງຍໍ​ຊົມ​ເຊີຍ​ນ້ຳ​ໃຈ​ຕັດສິນ​ໃຈ​ຕິດ​ພັນ​ກັບ​ທະ​ເລ, ​ເຂດ​ຫາ​ປາ​ທີ່​ມີ​ມາ​ແຕ່​ດົນ​ນານ​ຂອງ​ຊາວ​ປະມົງ. ນີ້​ແມ່ນ​ປັດ​ໄຈ​ຕົ້ນຕໍ່​ທີ່ປະກອບສ່ວນ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ໝູ່ເກາະ​ທະ​ເລ​ຂອງປະ​ເທດ​ຊາດ.

  ​ໃນ​ໂອກາດ​ນີ້, ທ່ານປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ​ ​ໄດ້​ໄປ​ລະດົມ​ກຳລັງ​ໃຈ​ເຈົ້າຂອງ​ກຳ​ປັ່ນ​ຫາ​ປາ ĐNa 90152 ຊື່​ງ​ແມ່ນ​ກຳ​ປັ່ນ​ຖືກ​ກຳ​ປັ່ນ​ຂອງ​ຈີນ ​ຕຳ​ຈົ່ມ​ໃຕ້​ນ້ຳ​ເມື່ອ​ວັນ​ທີ 26/5 ຜ່ານ​ມາ.

  ​ໃນ​ການ​ໂອ້​ລົມ​ກັບ​ກຳລັງ​ກວດກາ​ການ​ປະມົງ​ເຂດ 2, ທ່ານປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ​ ສະ​ເໜີ​ໃຫ້ກຳລັງ​ກວດກາ​ການ​ປະມົງ​ຈົ່ງ​ສືບ​ຕໍ່​ຮຽງ​ບ່າ​ຮຽງ​ໄລ່​ກັບ​ຕຳຫຼວດ​ທະ​ເລ, ຕໍ່ສູ້​ຍາດ​ເອົາ​ໄຊຊະນະ​ໃນ​ການ​ປົກ​ປັກ​ຮັກສາ​ອະທິປະ​ໄຕ, ຊ່ວຍ​ຊາວ​ປະມົງ​ຕິດ​ພັນ​ກັບ​ທະ​ເລ, ພັດທະນາ​ເສດຖະກິດ, ສ້າງ​ຄວາມ​ຮັ່ງມີ​ໃຫ້​ແກ່​ປະ​ເທດ​ຊາດ. ທ່ານ​ຢືນຢັນ​ວ່າ, ພັກ, ລັດ​ຍາມ​ໃດ​ກໍ່​ເຊື່ອໝັ້ນວ່າ, ບັນດາ​ກຳລັງ​ປະຕິບັດ​ກົດ​ໝາຍ​ບົນ​ທະ​ເລ​ຈະ​ສືບ​ຕໍ່​ປະຕິບັດ​ໜ້າ​ທີ່​ໄດ້​ຮັບ​ການ​ມອບ​ໝາຍ​ເປັນ​ຢ່າງ​ດີ​ທີ່​ສຸດ./.

ຂ່າວ/ບົດ​ອື່ນ