ປະທານປະເທດເຈືອງ ເຕິນຊາງເຮັດວຽກກັບ ກະຊວງຕຳຫຼວດຫວຽດນາມ


ປະທານປະເທດເຈືອງ ເຕິນຊາງເຮັດວຽກກັບ ກະຊວງຕຳຫຼວດຫວຽດນາມ - ảnh 1
ທ່ານປະທານປະເທດເຈືອງເຕິນຊາງ

 (ພາບ: baogialai.com.vn)

 (vovworld)- ວັນ​ທີ 2/4, ຢູ່​ຮ່າໂນ້ຍ, ທ່ານປະທານປະເທດເຈືອງເຕິນຊາງ ໄດ້ມີການເຮັດວຽກກັບກະຊວງຕຳຫຼວດຫວຽດນາມ ກ່ຽວກັບສະພາບອາດຊະຍາກຳ, ລະເມີດກົດໝາຍ ແລະ ວຽກງານຈຸດສຸມໃນການປ້ອງກັນ, ຕ້ານອາດຊະຍາກຳ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດເຈືອງເຕິນຊາງ ຮຽກຮ້ອງໃຫ້ ທົ່ວຂະແໜງຕຳຫຼວດຕ້ອງບູລະນະກົງຈັກ, ຍົກສູງບັນດາວຽກງານວິຊາການ, ​ເພີ່ມ​ທະວີ​ຄວາມ​ຮັບຜິດຊອບ, ຮັດ​ແໜ້ນ​ລະບຽບ​ວິ​ໄນ​ພາຍ​ໃນ, ຍູ້​ແຮງ​ວຽກ​ງານ​ກໍ່ສ້າງ​ພັກ​ໃນ​ທົ່ວ​ກຳລັງ. ທ່ານປະທານປະເທດເຈືອງເຕິນຊາງ ​ເນັ້ນໜັກ​ວ່າ, ພ້ອມ​ກັບ​ການ​ປະຕິບັດບັນດາ​ໜ້າ​ທີ່​ພື້ນຖານ​ຄື​ຈຳກັດ ​ແລະ ຫລຸດຜ່ອນ​ອາດຊະຍາ​ກຳ​ປະ​ເພດ​ຕ່າງໆ, ບັນດາ​ຫົວໜ່ວຍ​ມີໜ້າ​ທີ່​ຮັບຜິດຊອບ​ຂອງ​ຂະ​ແໜງ​ຕ້ອງ​ສະ​ເໜີ​ບັນດາ​ມາດ​ຕະການ, ສ້າງບັນດາ​ເອກະສານ​ດ້ານ​ກົດໝາຍ​ຕາມ​ລັດຖະທຳ​ມະນູນ​ປີ 2013 ກ່ຽວ​ກັບ​ວຽກງານຈຸດສຸມໃນການປ້ອງກັນ, ຕ້ານອາດຊະຍາກຳ​ເປັນສົມ​ບູນ​ແບບ ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ຕົວ​ຈິງ. ທ່ານປະທານປະເທດ ເຈືອງເຕິນຊາງ ຍັງ​ຮຽກຮ້ອງ​ໃຫ້​ກຳລັງ​ຕຳຫຼວດ​ຕ້ອງ​ປະຕິບັດ​ບົດບາດ​ຫຼັກ​​ແຫຼ່ງ​ເປັນ​ຢ່າງ​ດີ, ຍູ້​ແຮງ​ຂະ​ບວນການ​ທົ່ວ​ປວງ​ຊົນ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ສ້າງ​ການ​ຫັນປ່ຽນ​ຢ່າງ​ແຮງ​ກ່ຽວ​ກັບ​ການ​ສ້າງ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ, ຮັກສາ​ລະບຽບ​ວີ​ໄນ, ຍົກ​ສູງ​ສະຕິ​ຄວາມ​ຮັບ​ຮູ້​ເຄົາລົບ​ກົດໝາຍ​ໃນ​ວົງ​ຄະນາ​ຍາດ./.

ຂ່າວ/ບົດ​ອື່ນ