ປະທານປະເທດເຈືອງເຕີ້ນຊາງ ຕ້ອນຮັບບັນດາເອກອັກຄະລັດຖະທູດ ເຂົ້າຍືນສານຕາຕັ້ງ

ປະທານປະເທດເຈືອງເຕີ້ນຊາງ ຕ້ອນຮັບບັນດາເອກອັກຄະລັດຖະທູດ ເຂົ້າຍືນສານຕາຕັ້ງ - ảnh 1
ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ​ເຈືອງ​ເຕີ້ນ​ຊາງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ໄທ​ເຂົ້າ​ຍືນ​ສານ​ຕາ​ຕັ້ງ   (baomoi.com)
(vovworld)- ຕອນ​ບ່າຍ​ວັນ​ທີ 26/3, ຢູ່​ຮ່າ​ໂນ້ຍ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ​ເຈືອງ​ເຕີ້ນ​ຊາງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ການ​ເຂົ້າ​ຍືນ​ສານ​ຕາ​ຕັ້ງ​ຮັບ​ໜ້າ​ທີ່​ໃໝ່​ຢູ່​ຫວຽດ​ນາມ​ຂອງ​ເອກ​ອັກ​ຄັດ​ລັດ​ຖະ​ທູດ​ໄທ, ອິນ​ໂດ​ເນ​ເຊຍ, ຟິ​ລິບ​ປິນ ແລະ ມາ​ເລ​ເຊຍ. ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ​ເຈືອງ​ເຕີ້ນ​ຊາງ ໄດ້​ຊົມ​ເຊີຍ​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ມາ​ຮັບ​ໜ້າ​ທີ່​ໃໝ່​ຢູ່​ຫວຽດ​ນາມ, ທ່ານ​ຢືນ​ຢັນ​ວ່າ ຫວຽດ​ນາມ​ຈະ​ສ້າງ​ເງື່ອນ​ໄຂ​ອຳ​ນວຍ​ຄວາມ​ສະ​ດວກ​ເພື່ອ​ໃຫ້​ບັນ​ດາ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ​ເຮັດຫຼ້ອນ​ໜ້າ​ທີ່​ຂອງ​ຕົນ. ສ່ວນ​ບັນ​ດາ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດລ້ວນ​ແຕ່​ຢື​ນ​ຢັນ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ກັບ​ຫວຽດ​ນາມໃຫ້​ດີ​ຍິ່ງໆ​ຂຶ້ນ.

 

ຂ່າວ/ບົດ​ອື່ນ