ປະທານປະເທດເຈືອງເຕີນຊາງມອບນາມມະຍົດວິລະຊົນແຮງງານ​ໃຫ້ສະຖາບັນPasteurນະຄອນໂຮ່ຈິມີນ

ປະທານປະເທດເຈືອງເຕີນຊາງມອບນາມມະຍົດວິລະຊົນແຮງງານ​ໃຫ້ສະຖາບັນPasteurນະຄອນໂຮ່ຈິມີນ - ảnh 1
ທ່າານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ​ມອບ​ນາມ​ມະ​ຍົດ​ວິ​ລະ​ຊົນ
ແຮງ​ງານ​ໃຫ້​ຜູ້​ຕາງ​ຫນ້າ​ສະ​ຖາ​ບັນ
ພາບ:tuoitre.vn

 (vovworld)- ​  ກ່າວ​ຄ​ຳ​ເຫັນ​ນະ​ພິ​ທີ​​ມອບ​ນາມ​ມະ​ຍົດວິ​ລະ​ຊົນ​ແຮງ​ງານ​ໃຫ້ ສະ​ຖາ​ບັນ Pasteur ນະ​ຄອນ ໂຮ່​ຈິ​ມີນ ໃນ​ຕອນ​ເຊົ້າ​ວັນ​ທີ 28/6, ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ໄດ້​ຍ້ອງຍ​ໍ​ບັນ​ດາ​ຜົນ​ງານ, ການ​ປະ​ກອບ​ສ່ວນ​ຂອງ​ພະ​ນັກ​ງານ, ລັດ​ຖະ​ກອນ ຂອງ​ສະ​ຖາ​ບັນ​ໃນ 40 ປີ​ຜ່ານ​ມາ ທີ່​ມີ​ຕໍ່​ຂົງ​ເຂດ​ການ​ແພດ​ປ້ອງ​ກັນ​ຂອງ​ປະ​ເທດ​ຊາດ.ທ່າ​ນ​ປະ​ທານ​ປະ​ເທດ ສະ​ຫນີ​ວ່າ ສະ​ຖາ​ບັນPasteur ບໍ່​ພຽງ​ແຕ່​ແມ່ນ​ສະ​ຖາ​ບັນ​ຊັ້ນ​ນຳ​ຂອງ​ທົ່ວ​ປະ​ເທດ​ເທົ່າ​ນັ້ນ ຫາກ​ຍັງ​ກາຍ​ເປັນ​ສະ​ຖ​າ​ບັນ​ມີ​ອິດ​ທີ​ພົນ​ຊື່​ສຽງ​ຢູ່​ພາກ​ພື້ນ ອາ​ຊີ​ຕ​າ​ເວັນ​ອອກ​ສ່ຽງ​ໃຕ້​ໃນ​ຂົງ​ເຂດ​ການ​ແພ​ດ​ປ້ອງ​ກັນ​ອີກ​ດ້ວຍ.
        ຜ່ານ 124 ປີ​ແຫ່ງ​ການ​ສ້າງ​ຕັ້ງ ແລະ ພັດ​ທະ​ນາ, ສະ​ຖາ​ບັນ Pasteur ນະ​ຄອນ​ໂຮ່​ຈິ​ມີນ​ໄດ້​ມີ​ການ​ປະ​ກອບ​ສວ່ນ​ອັນ​ໃຫຍ່ຫລວງ​ໃຫ້​ແກ່​ຂົງ​ເຂດ​ຄົ້ນ​ຄ້​ວາ​ການ​ແພດ ແລະ ປ້ອງ​ກັນ​ໂລກ​ລະ​ບາດ. ໄລ​ຍະ​ຕົ້ນ​ສັດ​ຕະ​ວັດ​ທີ 20, ສະ​ຖາ​ບັນ​ດັ່ງ​ກ່າວ​ແມ່ນ​ສະ​ຖານ​ທີ່​ຜະ​ລິດ ແລະ ສະ​ຫນອງ ວັກ​ຊີນ​ຫລາຍ​ປະ​ເພດ​ຮັບ​ໃຊ້​ວຽກ​ງານ​ປ້ອງ​ກັນ​ໂລກ​ລະ​ບາດໃຫ້​ແກ່​ທັງ​ພາກ​ພື້ນ ອິນ​ດູ​ຈີນ.

 

 

 

ຂ່າວ/ບົດ​ອື່ນ