ປະທານປະເທດເຈືອງເຕີນຊາງເຂົ້າຮ່ວມລາຍການສະແດງສິລະປະ“ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ2016”

ປະທານປະເທດເຈືອງເຕີນຊາງເຂົ້າຮ່ວມລາຍການສະແດງສິລະປະ“ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ2016” - ảnh 1
​ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ກ່າວ​ຄຳ​ເຫັນ​ທີ່​ລາຍ​ການ
(ພາບ: TTXVN)

(vovworld) –​ ຕອ​ນ​ຄ່ຳ​ວັນ​ທີ 31/01, ຢູ່​ຮ່າ​ໂນ້ຍ, ໄດ້​ຈັດ​ລາຍ​ການລະ​ດູບ​ານ​ໃໝ່​ແຫ່ງ​ບ້ານ​ເກີ​ດ​ເມ​ືອງນອນ 2016 ດ້ວຍ​ຫົວ​ຂ​້​ໍ​ວ່າ “​ຮ່າ​ໂນ້ຍ ​ແຫ່ງສັກ​ສິດ”. ລາຍ​ການ​ໂດຍ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ສົມ​ທົບ​ກັບ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ຈັດ​ຕັ້ງ. ເຂົ້າ​ຮ່ວມ​ລາຍ​ການ​ມີ​ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຟ້າມ​ບິ່ງ​ມິງ, ບັນ​ດາ​ການ​ນຳ, ອະ​ດີດ​ການ​ນຳ​ພັກ, ລັດ, ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ, ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ຂັ້ນສູນ​ກາງ, ທ້ອງ​ຖິ່ນ​ຕ່າງໆ ພ້ອມ​ກັບ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ທຸກ​ປະ​ເທດ​ໃນ​ໂລກເກືອບ 2000 ຄົນ ກັບ​ມາປະ​ເທດ​ຕ້ອນ​ຮັບ​ບຸນ​ປີ​ໃໝ່​ປະ​ຈ​ຳ​ຊາດ (ບຸນ​ເຕັດ).

      ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂລາຍ​ການລະ​ດູບ​ານ​ໃໝ່​ແຫ່ງ​ບ້ານ​ເກີ​ດ​ເມ​ືອງນອນ 2016, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວ​ງ​ການ​ຕ່າງ​ປະ​ເທດ ຟ້າມ​ບິ່ງ​ມິງ ເນັ້ນ​ໜັກ​ວ່າ, ​ດັ່ງ​ທີ່ເປັນ​ຄວາມ​​ຊີ້ນ​ເຄີຍ​ແລ້ວ, ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ວຽນ​ມາ, ລາຍ​ການລະ​ດູບ​ານ​ໃໝ່​ແຫ່ງ​ບ້ານ​ເກີ​ດ​ເມ​ືອງນອນ ໄດ້​ກາຍ​ເປັນ​ຈຸດ​ນັດ​ພົບ​ຂ​ອ​ງ​ພໍ່​ແມ່​​ພີ​ນ້ອງຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ໃນ​ທຸກ​ປະ​ເທດ​ໃນ​ໂລກ ກັບ​​ມາ​ຫວຽດ​ນາມ ຕ້ອນ​ຮັບ​ບຸນ​ເຕັດ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ຢືນ​ຢັນ​ວ່າ, ຈະ​ສືບ​ຕໍ່​ປະ​ຕິ​ບັດ​ວຽກ​ງານ​ກ່ຽວ​ກັບ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ໃຫ້​ຫຼາຍ​ກວ່າ, ຕອບ​ສະ​ໜອງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຂອງ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ແມ່ນ​ພາກ​ສ່ວນ​ໜຶ່ງບໍ່​ອາດ​ຕັດ​ແຍກ​ອອກ​ຈາກຊາດ​ຫວຽດ​ນາມ ໄດ້.

      ກ່າ​ວ​ຄ​ຳ​ເຫັນ​ ແລະ ຕີ​​ກອງ​ໄຂ​ງານ​ບຸນ​ໃນ​ຄ່ຳ​ຄືນ​ແລກ​ປ່ຽນ​ສະ​ແດງ​ສິ​ລະ​ປະ “ລະ​ດູບ​ານ​ໃໝ່​ແຫ່ງ​ບ້ານ​ເກີ​ດ​ເມ​ືອງນອນ 2016 - ຮ່າ​ໂນ້ຍ ​ແຫ່ງ​ສັກ​ສິດ”, ທ່ານ​ປະ​ທານ​ປະ​ເທດ ເຈືອ​ງ​ເຕີນ​ຊາງ ເນັ້ນ​ໜັກ​ວ່າ, ປີ 2016 ແມ່ນ​ປີ​ມີ​ຄວາມ​ໝາຍ​ສຳ​ຄັນ​ຍິ່ງ, ແມ່ນ​ປີ​ທຳ​ອິດ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄ​ັ້ງ​ທີ 12 ຂອງ​ພັກ ແລະ ແ​ຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ໄລ​ຍະ 5 ປີ 2016 – 2020… ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ຢ່າງ​ແນວ​ແນ່​ວ່າ ປະ​ຊາ​ຊົນ​ຊາວ​ຫວຽດ​ນ​າມ ​ທັງຢູ່​​ພາຍ​ໃນ ແລະ ​ຕ່າງ​ປະ​ເທດຍາ​ມ​ໃດ​ກໍ​ສາ​ມັກ​ຄີ​ກັນ, ເປັນ​ຈິດ​ໜຶ່ງ​ໃຈ​ດຽວ, ຜ່ານ​ຜ່າ​ທຸກ​ຄວາມ​ຫ​ຍຸ້ງ​ຍາກ, ​ສິ່ງ​ທ້າ​ທ້າຍ, ​ນຳປະ​ເທດ​ຊາດ​ບືນ​ຕົວ​ຂຶ້ນ​ໃຫ້​ກາຍ​ເປັນ​ປະ​ເທດ​ຮັ່ງ​ມີ, ເຂັ້ມ​ແຂງ, ມ​ີ​ທີ່​ຕັ້ງບົດ​ບາດ​ນັບ​ມື້​ນັບ​ສູງ​ໃນ​ພາກ​ພື້ນ ແລະ ຢູ່​ໃນ​ໂລກ.

ຂ່າວ/ບົດ​ອື່ນ