ປະທານສະພາສູງ ລາຊະອານາຈັກບູຖານ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

(VOVWORLD) -ນີ້ແມ່ນການມາຢ້ຽມຢາມ ຫວຽດນາມ ຄັ້ງທໍາອິດຂອງການນໍາຂັ້ນສູງ ບູຖານ ນັບແຕ່ເມື່ອສອງປະເທດສ້າງຕັ້ງການພົວພັນທາງການທູດ ໃນວັນທີ 19 ມັງກອນ 2012.

ປະທານສະພາສູງ ລາຊະອານາຈັກບູຖານ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ - ảnh 1 ທ່ານ Tashi Dorji, ປະທານສະພາສູງ ລາຊະອານາຈັກ ບູຖານ (ພາບ: TTXVN)

ຕອນຄໍ່າວັນທີ 10 ພຶດສະພາ, ຄະນະຜູ້ແທນຂັ້ນສູງ ສະພາສູງ ລາຊະອານາຈັກ ບູຖານ ໂດຍທ່ານ Tashi Dorji, ປະທານສະພາສູງ ລາຊະອານາຈັກ ບູຖານ ນໍາໜ້າ ໄດ້ມາຮອດນະຄອນຫຼວງຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ເຊິ່ງຈະດໍາເນີນໃນລະຫວ່າງວັນທີ 11 – 14 ພຶດສະພາ ຕາມຄໍາເຊີນຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ.

         ນີ້ແມ່ນການມາຢ້ຽມຢາມ ຫວຽດນາມ ຄັ້ງທໍາອິດຂອງການນໍາຂັ້ນສູງ ບູຖານ ນັບແຕ່ເມື່ອສອງປະເທດສ້າງຕັ້ງການພົວພັນທາງການທູດ ໃນວັນທີ 19 ມັງກອນ 2012.


ຕອບກັບ

ຂ່າວ/ບົດ​ອື່ນ