ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຢ້ຽມຟາມ ລັດເຊຍ, ເຢຍລະມັນ, ໂປໂລຍ ຢ່າງເປັນທາງການ

ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຢ້ຽມຟາມ ລັດເຊຍ, ເຢຍລະມັນ, ໂປໂລຍ ຢ່າງເປັນທາງການ - ảnh 1
(ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ)
(vovworld) -     ຕອນ​ເຊົ້າ​ວັນ​ທີ 09/03, ຄະນະ​ຜູ້​ແທນ​ຂັ້ນ​ສູງ​​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໂດ​ຍທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ນຳ​ໜ້າ, ​ໄດ້​ເດີນ​ທາງ​ອອກ​ຈາກ​ຮ່າ​ໂນ້ຍ​ໄປ​ຢ້ຽມຢາມ​ສະຫະພັນ​ລັດ​ເຊ​ຍ, ສ.ສະຫະພັນ​ເຢຍລະ​ມັນ ​ແລະ ສ. ​ໂປ​ໂລ​ຍ ຢ່າງ​ເປັນ​ທາງ​ການ. ການ​ຢ້ຽມຢາມ​ໄດ້​ດຳ​ເນີນ​ໄປ​ໃນລະຫວ່າງ​ວັນ​ທີ 09 – 17/03 ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາງ Valentima Matvienko, ປະ​ທານ​, ສະພາ​ແຫ່ງ​ຊາດ, ​ແຫ່ງສະຫະພັນ​ລັດ​ເຊຍ; ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ສະຫະພັນ​ເຢຍລະ​ມັນ Norbert Lammert ​ແລະ ທ່ານ​ນາງ Ewa Kopacz, ປະທານ​ສະພາ​ຕໍ່າ, ສ.​ໂປ​ໂລ​ຍ.

        ການ​ຢ້ຽມຢາມ 3 ປະ​ເທດ ດັ່ງ​ກ່າວ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ ​ແລະ ຄະນະຜູ້​ແທນ​ສະພາ​ແຫ່ງ​ຊາດ​ຫວຽດນາມ  ຈະ​ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ແລ​ະ ປະ​ເທດ​​ເຫຼົ່າ​ນັ້ນ, ​ເປີດຊ່ອງທາງ​ພັດທະນາ​ໃໝ່​ໃນ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ອົງກາ​ນນິຕິບັນຍັດ​ຫວຽດນາມ​ ກັບ 3 ປະ​ເທດ​ດັ່ງກ່າວ.

ຂ່າວ/ບົດ​ອື່ນ