ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽ​ນ​ທິ​ກິມ​ເງິນ​ໃຫ້​ການ​ຕ້ອ​ນ​ຮ​ັບ​ລັດ​ຖ​ະ​ມົ​ນ​ຕີ​​ການ​ຕ່າງ​ປະ​ເທດ ແລະ ຮ່ວມ​ມື​ສາ​ກົນ ອີ​ຕາ​ລີ

(VOVWORLD) - ສອງປະເທດ ຍັງມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງໃນການຮ່ວມມື, ເປັນຕົ້ນແມ່ນໃນຂົງເຂດການຄ້າ - ການລົງທຶນ; ອີຕາລີມີທ່າແຮງກ່ຽວກັບການຜະລິດອຸດສາກະກຳ, ພິເສດແມ່ນກົນຈັກປະດິດສ້າງ ແລະ ເຕັກໂນໂລຢີສູງ, ການພັດທະນາພື້ນຖານໂຄງລ່າງ - ຄົມມະນາຄົມ, ພະລັງງານ
ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽ​ນ​ທິ​ກິມ​ເງິນ​ໃຫ້​ການ​ຕ້ອ​ນ​ຮ​ັບ​ລັດ​ຖ​ະ​ມົ​ນ​ຕີ​​ການ​ຕ່າງ​ປະ​ເທດ ແລະ ຮ່ວມ​ມື​ສາ​ກົນ ອີ​ຕາ​ລີ - ảnh 1ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ ແລະ ທ່ານ Moavero Milannesi ລັດຖະມົນຕີການຕ່າງປະເທດ ແລະ ຮ່ວມມື ອີຕາລີ (ພາບ:  quochoi.vn)

ຕອນເຊົ້າວັນທີ 7 ພຶດສະພາ, ຢູ່ສຳນັກງານສະພາແຫ່ງຊາດ, ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມໄດ້ໃຫ້ການຕ້ອນຮັບທ່ານ Moavero Milannesi ລັດຖະມົນຕີການຕ່າງປະເທດ ແລະ ຮ່ວມມື ອີຕາລີ. ທ່ານນາງປະທານສະພາແຫ່ງຊາດໄດ້ຕີລາຄາວ່າສອງປະເທດ ຍັງມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງໃນການຮ່ວມມື, ເປັນຕົ້ນແມ່ນໃນຂົງເຂດການຄ້າ - ການລົງທຶນ; ອີຕາລີມີທ່າແຮງກ່ຽວກັບການຜະລິດອຸດສາກະກຳ, ພິເສດແມ່ນກົນຈັກປະດິດສ້າງ ແລະ ເຕັກໂນໂລຢີສູງ, ການພັດທະນາພື້ນຖານໂຄງລ່າງ - ຄົມມະນາຄົມ, ພະລັງງານ. ນີ້ແມ່ນບັນດາຂົງເຂດທີ່ ຫວຽດນາມ ມີຄວາມຕ້ອງການຮ່ວມມື. ທ່ານນາງປະທານສະພາແຫ່ງຊາດໃຫ້ຮູ້ວ່າ: ເດືອນ ມິຖຸນາ ປີ 2019 ຈະມາເຖິງ, ອີຕາລີ ແລະ ຫວຽດນາມ ຈະສົມທົບກັນຈັດຕັ້ງ “ການໂອ້ລົມສົນທະນາຂັ້ນສູງກ່ຽວກັບການພົວພັນດ້ານເສດຖະກິດ ລະຫວ່າງ ອີຕາລີ - ຫວຽດນາມ” ຄັ້ງທີ 3 ຢູ່ ຮ່າໂນ້ຍໂດຍມີການເຂົ້າຮ່ວມຂອງວິສາຫະກິດຂະຫນາດໃຫຍ່ທີ່ມາຈາກ ອີຕາລີ ແລະ ອາຊຽນ. ທານນາງປະທານສະພາແຫ່ງຊາດຖືວ່າ ນີ້ແມ່ນໂອກາດເພື່ອເພີ່ມທະວີການພົວພັນເສດຖະກິດ, ການຄ້າລະຫວ່າງ ອີຕາລີ ແລະ ບັນດາປະເທດ ອາຊຽນໃຫ້ຫຼາຍກ່ວາອີກ, ໃນນັ້ນມີ ຫວຽດນາມ - ຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດ ຂອງອີຕາລີ ໃນອາຊຽນ.

        ທ່ານ ລັດຖະມົນຕີການຕ່າງປະເທດ ແລະ ຮ່ວມມືສາກົນ ອີຕາລີໄດ້ເນັ້ນໜັກວ່າ ອີຕາລີໃຫ້ຄຳໝັ້ນສັນຍາຈະຊ່ວຍເຫຼືອ ຫວຽດນາມນັບຕັ້ງແຕ່ວີວັດການເຈລະຈາສົນທິສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ - ສະຫະພາບ ເອີລົບ(EVFTA); ສະແດງຄວາມປາດຖະໜາຢາກ EVFTA ຈະໄດ້ຮັບການລົງນາມ ແລະ ໃຫ້ສັດຕະນາບັນໂດຍໄວ, ຈະແມ່ນກຳລັງໜູນຊຸກຍູ້ວົງເງິນການຄ້າ - ການລົງທຶນ ລະຫວ່າງ EU ເວົ້າລວມ ແລະ ລະຫວ່າງ ອີຕາລີ ກັບ ຫວຽດນາມ ເພີ່ມຂຶ້ນສູງ.

ຕອບກັບ

ຂ່າວ/ບົດ​ອື່ນ