ປະ​ທາ​ນາ​ທິ​ບໍ​ດີ Vladimir Putin ຖະ​ແຫຼງ​ກ່ຽວ​ກັບ​ເປົ້າ​ໝາຍ​ປັດ​ຈຸ​ບັນ​ຂອງ ລັດ​ເຊຍ ຢູ່ ຢູ​ແກຼນ

(VOVWORLD) - ທ່ານປະທານາທິບໍດີ ລັດເຊຍ ຊີ້ແຈ້ງວ່າ ບັນດາເປົ້າໝາຍ "ພື້ນຖານ” ຂອງ ລັດເຊຍ ໃນບັ້ນຮົບການທະຫານຢູ່ ຢູແກຼນ ຍັງໄດ້ຮັກສາເໝືອນເດີມ ແລະ ວັງ Kremlin ຍັງບໍ່ທັນມີແຜນການຈະປ່ຽນແປງເທື່ອ.
ປະ​ທາ​ນາ​ທິ​ບໍ​ດີ Vladimir Putin ຖະ​ແຫຼງ​ກ່ຽວ​ກັບ​ເປົ້າ​ໝາຍ​ປັດ​ຈຸ​ບັນ​ຂອງ ລັດ​ເຊຍ ຢູ່ ຢູ​ແກຼນ - ảnh 1ທ່ານປະທານາທິບໍດີ ລັດເຊຍ V.Putin ໃນການພົບປະນັກຂ່າວສະໜາມຮົບ (ພາບ: rianovosti)

“ລັດເຊຍ ຈະບໍ່ມີແຜນການຈັດສົ່ງກຳລັງທະຫານເຂົ້າ ກີແອັບ ໃນຈຸດເວລານີ້. ນີ້ແມ່ນຄຳຢັ້ງຢືນຂອງທ່ານປະທານາທິບໍດີ ລັດເຊຍ Vladimir Putin ໃນຂະນະໂອ້ລົມກັບນັກຂ່າວສະໜາມຮົບໃນວັນທີ 13 ມິຖຸນາ ຢູ່ ມົດສະກູ. ທ່ານປະທານາທິບໍດີ ລັດເຊຍ ຊີ້ແຈ້ງວ່າ ບັນດາເປົ້າໝາຍ "ພື້ນຖານ” ຂອງ ລັດເຊຍ ໃນບັ້ນຮົບການທະຫານຢູ່ ຢູແກຼນ ຍັງໄດ້ຮັກສາເໝືອນເດີມ ແລະ ວັງ Kremlin ຍັງບໍ່ທັນມີແຜນການຈະປ່ຽນແປງເທື່ອ. ບັນດາໜ້າທີ່ຈະໄດ້ຮັບການ ດັດປັບ ໂດຍອີງໃສ່ສະພາບການຜັນແປຢູ່ສະໜາມຮົບ. ທ່ານ Vladimir Putin ຢັ້ງຢືນວ່າ ຂໍ້ກຸນແຈ ເພື່ອແກ້ໄຂບັນຫາ ຢູແກຼນ ແມ່ນຢູ່ນຳຝ່າຍຕາເວັນຕົກ. ທ່ານກ່າວວ່າ:

“ຖ້າຫາກເຂົາເຈົ້າຢາກຢຸດຕິການປະທະກັນໃນປັດຈຸບັນແທ້ໆ ດ້ວຍການໜູນຊ່ວຍຈາກບັນດາການເຈລະຈາຮອບຕ່າງໆນັ້ນ, ເຂົາເຈົ້າ ພຽງຍົກອອກຂໍ້ຕົກລົງ - ຢຸດຕິການສະໜອງອາວຸດ ແລະ ພາຫະນະອຸປະກອນຕ່າງໆເທົ່ານັ້ນ”.

ແອັງຕູ - ນັກຂ່າວ ວິທະຍຸກະຈາຍສຽງ ຫວຽດນາມ ປະຈຳ ລັດເຊຍ

 

ຕອບກັບ

ຂ່າວ/ບົດ​ອື່ນ